Homeຂ່າວເຫດການສະພາແຫ່ງຊາດລາວ-ຈີນຖອດຖອນບົດຮຽນການພັດທະນາເຂດເສດຖະກິດພິເສດຂອງ ສປ ຈີນ

ສະພາແຫ່ງຊາດລາວ-ຈີນຖອດຖອນບົດຮຽນການພັດທະນາເຂດເສດຖະກິດພິເສດຂອງ ສປ ຈີນ

Published on

ໃນວັນທີ 29 ພະຈິກ 2016 ນີ້ ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານເຂດເສດຖະກິດພິເສດຂອງ ສປ ຈີນ ລະຫວ່າງ ສະພາແຫ່ງຊາດລາວ-ຈີນ ໂດຍມີທ່ານ ນາງ ສີໄສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດລາວ, ທ່ານ ຈາງ ຢົງ ຮອງຫົວໜ້າຄະນະກໍາມາທິການກົດໝາຍສະພາແຫ່ງຊາດຈີນ, ມີບັນດາຮອງປະທານສະພາແຫ່ງຊາດ ແລະ ສະມາຊີກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງພ້ອມດ້ວຍຜູ້ຕາງກະຊວງອົງການກ່ຽວຂ້ອງເຂົ້າຮ່ວມ.

%e0%ba%82%e0%bb%88%e0%ba%b2%e0%ba%a7%e0%ba%aa%e0%ba%b0%e0%ba%9e%e0%ba%b2
ທ່ານ ໄຂຄໍາ ວັນນະວົງສີ ຫົວໜ້າສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານສະພາແຫ່ງຊາດລາວ ໄດ້ກ່າວວ່າ: ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ມີການແລກປ່ຽນ ແລະ ຖອດຖອນບົດ ຮຽນກ່ຽວກັບການພັດທະນາເຂດເສດຖະກິດພິເສດຢູ່ ສປ ຈີນ ກັບ ນັກວິທະຍາກອນຈາກສະພາແຫ່ງຊາດຈີນ ໂດຍຈະໄດ້ລົງເລິກ 4 ບັນຫາໃຫຍ່ເຊັ່ນ: ບົດຮຽນໃນການສ້າງ ແລະ ພັດ ທະນາເຂດເສດຖະ ກິດພິເສດຢູ່ ສປ ຈີນ, ລະບົບກົດໝາຍກ່ຽວກັບທີ່ດິນ ເຂດຊົນນະບົດ ແລະ ການເວນຄືນຕຶກອາຄານໃນຕົວເມືອງຂອງ ສປ ຈີນ, ການປະຕິຮູບລະບົບການເວນຄືນທີ່ດິນຢູ່ ສປ ຈີນ ແລະ ການພັດທະນາເຂດເສດ ຖະກິດພິເສດ ນະຄອນເຊີນເຈີນ ແຫ່ງປະເທດຈີນ. ທັງນີ້ເພື່ອຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີ ແລະ ພຶດຕິກໍາກ່ຽວກັບການພັດທະນາເຂດເສດຖະກິດພິເສດໂດຍຜ່ານປະສົບການຈາກສາກົນ ເພື່ອມາໜູນໃຊ້ເຂົ້າໃນສະພາບຕົວຈິງຢູ່ປະເທດເຮົາຢ່າງຖືກຕ້ອງ ແລະ ມີປະສິດ ທິຜົນ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...