Homeສຸຂະພາບ ແລະ ສີ່ງແວດລ້ອມ14 ຄວາມຜິດປົກກະຕິຂອງຮ່າງກາຍສົ່ງສັນຍານເຕືອນໄພ ມະເຮັງຮ້າຍ

14 ຄວາມຜິດປົກກະຕິຂອງຮ່າງກາຍສົ່ງສັນຍານເຕືອນໄພ ມະເຮັງຮ້າຍ

Published on

 

  1. ຜູ້ຍິງເປັນລົງຂາວ ຫຼືມີເລືອດອອກຈາກຊ່ອງຄອດຢ່າງຜິດປົກກະຕິ ແລະການກວດພົບບາດແຜ ຫຼືກ້ອນທີ່ປາກມົດລູດ ( ສັນຍານເຕືອນຂອງມະເຮັງປາກມົດລູກ ແລະມະເຮັງມົດລູກ )
  2. ກ້ອນທີ່ເຕົ້ານົມ ລວມໄປເຖິງຄວາມຜິດປົກກະຕິຂອງເຕົ້ານົມ ຂະໜາດທີ່ໃຫຍ່ຂຶ້ນ ຫຼືນ້ອຍລົງ ແຂງ, ຫົວນົມບຸ່ມເຂົ້າໄປ, ຜິວໜັງເຕົ້ານົມແຫ້ງ ຫຼືມີຮອຍບຸ່ມ ມີນໍ້າເຫຼືອງ ຫຼືເລືອດໄຫຼຊຶມອອກມາຈາກຫົວນົມ, ພົບກ້ອນທີ່ຂີ້ແຮ້ ມີບາດແຜ ຫຼືບາດແຜຊໍ້າເຮື້ອທີ່ຫົວນົມ ( ສັນຍານເຕືອນມະເຮັງເຕົ້ານົມ )
  3. ເຈັບຫຼັງ, ໂຕເຫຼືອງ, ຕາເຫຼືອງ ແລະປັດສະວະສີເຫຼືອງ ມີອການເຈັບແໜ້ນນທ້ອງບໍລິເວນດ້ານຂວາ ( ສັນຍານເຕືອນມະເຮັງຕັບ )
  4. ໄອຊໍ້າເຮື້ອ, ສຽງແຫບ ຫຼືໄອມີເລືອດອອກ ( ສັນຍານເຕືອນມະເຮັງປອດ,​ ມະເຮັງຕ່ອມໄທລອຍ ຫຼືມະເຮັງຕ່ອມນໍ້າເຫຼືອງ )
  5. ຝ້າຂາວ, ຝ້າແດງໃນປາກ, ມີກ້ອນທີ່ຄໍມີໂອກາດພັດທະນາເປັນມະເຮັງໄດ້ໃນພາຍຫຼັງ ຕຸ່ມກ້ອນໃນປາກທີ່ໃຫຍ່ຂຶ້ນເລື່ອຍໆ, ມີກ້ອນທີ່ຄໍ,​ເປັນບາດແຜຊໍ້າເຮື້ອ ທີ່ປິ່ນປົວບໍ່ດີພາຍໃນ 3 ທິດ ແຂ້ວຫຼົ່ນເນື່ອງມາຈາກເນື້ອງອກ ( ສັນຍານເຕືອນມະເຮັງຊ່ອງປາກ )
  6. ມີອາການຫູອື້, ກ້ອນທີ່ຄໍ, ຄັນດັງ, ເລືອດດັງອອກ, ເຈັບຫົວ,​ ໜ້າຊາເບິ່ງເຫັນພາບຊ້ອນ ( ສັນຍານເຕືອນມະເຮັງຜົ້ງດັງ )
  7. ເຈັບທ້ອງ, ນໍ້າໜັກຫຼຸດ ແລະເປັນບີຮົ່ວ ( ສັນຍານເຕືອນມະເຮັງຖົງນໍ້າບີ ແລະທໍ່ນໍ້າບີ )
  8. ຖ່າຍອາຈົມເປັນເລືອດ ຫຼືມູກປົນເລືອດ ຫຼມີເລືອດອອກໃນຖ່າຍເປັນເວລາດົນ ( ສັນຍານເຕືອນມະເຮັງລໍາໄສ້ໃຫຍ່ ແລະທະວານໜັກ )
  9. ຜູ້ຍິງ ມີກ້ອນໃນທ້ອງນ້ອຍ,​ເຈັບ, ແໜ້ນທ້ອງ, ມີອາການທ້ອງອືດເປັນປະຈໍາ ແລະຖ້າກ້ອນມະເຮັງໃຫຍ່ຫຼາຍຈະກົດກະເພາະປັດສະວະ ຫຼືລໍາໄສ້ສ່ວນປາຍ ເຮັດໃຫ້ຖ່າຍປັດສະວະ ຫຼືອາຈົມລໍາບາກ ໃນໄລຍະທ້າຍໆອາດມີນໍ້າໃນຊ່ອງທ້ອງ ເຮັດໃຫ້ທ້ອງໃຫຍ່ຂຶ້ນກວ່າເກົ່າ ເບື່ອອາຫານ ແລະນໍ້າໜັກຫຼຸດ ( ສັນຍານເຕືອນມະເຮັງຮັງໄຂ່ )
  10. ກ້ອນແຂງ ຫຼືກ້ອນອອກມາຈາກກະດູກ, ກ້ອນໃຫຍ່ໄວ ຕໍ່ມາອາດເຈັບພ້ອມ ບາງລາຍກະດູກຫັກແຕກໄດ້ງ່າຍຈາກການກະທົົົບກະເທືອນພຽງເລັກນ້ອຍ ( ສັນຍານເຕືອນມະເຮັງກະດູກ )
  11. ການປ່ຽນແປງຂອງຂີ້ແມງວັນ, ປານ ອາດເລີ່ມຕົ້ນເປັນບາດແຜເລັກນ້ອຍ ແລ້ວຄ່ອຍໆໃຫຍ່ຂຶ້ນ ອາດມີສີດໍາຕາມແຄມບາດແຜ ແລະເມື່ອເປັນຫຼາຍຈະເປັນກ້ອນຄ້າຍຄືຫົວກະລໍາປີ ( ສັນຍານເຕືອນມະເຮັງຜິວໜັງ )
  12. ຜູ້ຊາຍປັກສະວະເປັນເລືອດ, ອ່ອນເພຍ, ເບື່ອອາຫານ,​ ນໍ້າໜັກຫຼຸດ ແລະອາດມີອາການເຈັບຫຼັງ ແລະເຈັບກະດູກລວມດ້ວຍ ( ສັນຍານເຕືອນມະເຮັງຕ່ອມລູກໝາກ )
  13. ໜ້າມືດ, ເມົາຫົວ, ເມື່ອຍງ່າຍ,​ເລືອດອອກງ່າຍ, ເປັນຈໍ້າຕາມໂຕ, ຕ່ອມນໍ້າເຫຼືອງໃຫຍ່ ອາດພົບກ້ອນໃນທ້ອງເນື່ອງຈາກ ຕັບ ແລະມ້ານໃຫຍ່ ລະບົບພູມຄຸ້ມກັນຂອງຮ່າງກາຍຜິດປົກກະຕິ ( ສັນຍານເຕືອນຂອງມະເຮັງເມັດເລືອດຂາວ )
  14. ເຈັບຫົວແຮງໂດຍບໍ່ມີເຫດຜົນ, ຕາມົວ ແລະປວດຮາກ ( ສັນຍານເຕືອນຂອງມະເຮັງ ແລະເນື້ອງອກໃນລະບົບປະສາດ )

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...