Homeຂ່າວຕ່າງປະເທດຍີ່ປຸ່ນສັ່ງຂ້າເປັດໄກ່ຫຼາຍແສນໂຕ ຫຼັງກວດພົບໄຂ້ຫວັດສັດປີກລະບາດ

ຍີ່ປຸ່ນສັ່ງຂ້າເປັດໄກ່ຫຼາຍແສນໂຕ ຫຼັງກວດພົບໄຂ້ຫວັດສັດປີກລະບາດ

Published on

ອີງຕາມການລາຍງານຂອງສຳນັກຂ່າວກຽວໂຕເມື່ອວັນທີ 29 ພະຈິກນີ້ວ່າ ທາງການຍີ່ປຸ່ນອອກຄຳສັ່ງໃຫ້ຂ້າເປັດ ແລະໄກ່ຈຳນວນຫຼາຍ ຫຼັງຈາກພົບການລະບາດຮຸນແຮງຂອງພະຍາດໄຂ້ຫວັດສັດປີກຢູ່ຟາມສອງແຫ່ງທາງພາກເໜືອຂອງປະເທດ

ການພົບການລະບາດຂອງພະຍາດໄຂ້ຫວັດສັດປີກນີ້ ເປັນຄັ້ງທຳອິດໃນຮອບສອງປີ ທີ່ພະຍາດຕິດຕໍ່ກັບມາລະບາດອີກຄັ້ງ ໃນຟາມສັດປີກຂອງຍີ່ປຸ່ນ, ໃນແຂວງນິງະຕະ ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະຄອນໂຕກຽວ, ໃນໝູ່ບ້ານເຊກິກາວະ ໄດ້ຂ້າໄກ່ 310,000 ໂຕ ເຊິ່ງກ່ອນໜ້ານີ້ພົບວ່າໄກ່ຈຳນວນ 40 ໂຕຕາຍຍ້ອນພະຍາດໄຂ້ຫວັດສັດປີກ

ຢູ່ທາງແຂວງໂອໂມຣິ ເປັດຈຳນວນ 16,500 ໂຕຖືກຂ້າ ຫຼັງຈາກການກວດສອບເຫັນວ່າ ມີເປັດຈຳນວນໜຶ່ງຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N8, ໄຂ້ຫວັດສັດປີກ H5N8 ຫາກໍ່ລະບາດໃນຢູໂຣບ ແລະສົ່ງຜົນເຮັດໃຫ້ຫຼາຍປະເທດ ຕ້ອງອອກຄຳສັ່ງຂ້າສັດປີກຈຳນວນຫຼາຍ ໂດຍມີຈຸດເລີ່ມຕົ້ນຂອງພະຍາດຈາກເປັດປ່າ ທີ່ອາໄສຢູ່ພາກເໜືອຂອງຝຣັ່ງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...