Homeນານາສາລະ9 ເຄັດລັບພັດທະນາສະໝອງ ເພື່ອເຮັດໃຫ້ຕົນເອງສະຫຼາດ

9 ເຄັດລັບພັດທະນາສະໝອງ ເພື່ອເຮັດໃຫ້ຕົນເອງສະຫຼາດ

Published on

ຫຼາຍຄົນເຊື່ອວ່າ ຄວາມສະຫຼາດຖືກຈຳກັດດ້ວຍຕົວເລກ IQ ສູງສຸດຂອງແຕ່ລະຄົນ, ແຕ່ວ່າຍັງມີຫຼາຍວິທີ ທີ່ຈະສາມາດຊ່ວຍເພີ່ມຄວາມຮູ້ ແລະຄວາມສາມາດຂອງແຕ່ລະຄົນ ໃຫ້ມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າຈະເປັນແຮງຈູງໃຈ, ຄວາມມຸ່ງໝັ້ນ ແລະລວມເຖິງການເບິ່ງແຍງສຸຂະພາບອີກດ້ວຍ

  1. ກິນອາຫານທີ່ມີປະໂຫຍດ ແລະກິນໃຫ້ກົງເວລາທັງຕອນເຊົ້, ສວາຍ, ແລງ ຈະຊ່ວຍບຳລຸງ ແລະພັດທະນາສະໝອງຂອງເຮົາ
  2. ໄປສະຖານທີ່ໃໝ່ໆເຊັ່ນ: ກິນເຂົ້າຮ້ານໃໝ່, ໄປທ່ຽວບ່ອນໃໝ່ ເຊິ່ງຈະຊ່ວຍເຮັດໃຫ້ເຮົາມີຈິນຕະນາການ ແລະມີອາລົມດີຂຶ້ນ
  3. ຕິດຕາມຂ່າວຕະຫຼອດເຊັ່ນທາງໜັງສືພິມ, ໂທລະພາບ, ອິນເຕີເນັດ ເພື່ອໃຫ້ຮູ້ສິ່ງຕ່າງໆທີ່ເກີດຂຶນ
  4. ອ່ານໜັງສືຕະຫຼອດໃຫ້ເປັນນິໄສ ເຊິ່ງຈະແມ່ນໜັງສືຫຍັງກໍໄດ້ ທີ່ເຮົາມີຄວາມສົນໃຈ ແລະໃຫ້ຄວາມຮູ້ກັບເຮົາ
  5. ຟັງເພງ ເພາະສຽງດົນຕີຈະຊ່ວຍກະຕຸ້ນການເຮັດວຽກຂອງສະໝອງຊີກຂວາ, ໂນ໊ດ, ທຳນອງ ແລະຈັງຫວະ ຈະກະຕຸ້ນການເຮັດວຽກຂອງສະໝອງຊີກຊ້າຍ
  6. ຫາກິດຈະກຳພື່ອຝຶກສະໝອງໃຫ້ສະຫຼາດ
  7. ຫຼີກລຽງການໃຊ້ເທັກໂນໂລຢີອຳນວຍຄວາມສະດວກຖ້າບໍ່ຈຳເປັນ, ແຕ່ຄວນຄິດເອງຈະດີກວ່າ
  8. ຮຽນແຕ້ມຮູບ ເຖິງແມ່ນວ່າຈະແຕ້ມບໍ່ງາມ, ການແຕ້ມຮູບຈະເປັນການພັດທະນາລະບົບການເຮັດວຽກຂອງສະໝອງ ແລະຊ່ວຍສະໝອງຈື່ຈຳຫຼາຍຂຶ້ນ
  9. ລະບາຍສີ ການລະບາຍສີຈະຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ ແລະພັດທະນາດ້ານຄວາມຄິດສ້າງສັນໃນຕົວເອງໃຫ້ອອກມາ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...