Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຄວນກິນ ແລະ ຄວນຫຼີກລຽງ ເພື່ອຫຼຸດຄວາມດັນເລືອດສູງ

ອາຫານທີ່ຄວນກິນ ແລະ ຄວນຫຼີກລຽງ ເພື່ອຫຼຸດຄວາມດັນເລືອດສູງ

Published on

ຄົນທີ່ມີອາຍຸຫຼາຍ ມັກມີຄວາມສ່ຽງກ່ຽວກັບຄວາມດັນເລືອດສູງ ເພາະການກິນອາຫານທີ່ແຊບເຂົ້າໄປ ແຕ່ຮ່າງກາຍຂອງເຮົາເຜົາຜານພະລັງງານໄດ້ໜ້ອຍລົງ ຈົນໄຂມັນສະສົມໃນສ່ວນຕ່າງໆຂອງຮ່າງກາຍ, ມື້ນີ້ ແອັດມິນຈະມາແນະນຳ ອາຫານທີ່ຄວນກິນ ແລະອາຫານທີ່ຄວນຫຼີກລຽງ ເພື່ອຫຼຸດຄວາມດັນເລືອດສູງ

  1. ອາຫານທີ່ຄວນກິນ
  • ໝາກແຕງໂມ: ຄວບຄຸມການໄຫຼວຽນຂອງເລືອດ ແລະຄວບຄຸມການຂະຫຍາຍຕົວຂອງເສັ້ນເລືອດ
  • ໝາກກ້ວຍ: ຊ່ວຍສ້າງຄວາມສົມດູນໃຫ້ຮ່າງກາຍໄດ້ຮັບປະລິມານໂຊດຽມ ແລະໂພແທສຊຽມໃນອັດຕາທີ່ພໍດີກັບການເຮັດວຽກຂອງໝາກໄຂ່ຫຼັງ
  • ນໍ້າມັນໝາກກອກ: ເປັນກົດໄຂມັນບໍ່ອິ່ມຕົວ, ຊ່ວຍຫຼຸດຄວາມດັນ, ຄໍເລດເຕີລໍ ເຮັດໃຫ້ເລືອດໄຫຼວຽນສະດວກ
  • ກະທຽມ: ມີສານຕ້ານອະນຸມູນອິດສະລະ, ປ້ອງກັນບໍ່ໃຫ້ຄໍເລດເຕີລໍຕິດຕາມຫຼອດເລືອດແດງ
  • ງາດຳ, ງາຂາວ: ມີໂປຣຕີນທີ່ດີ ບໍ່ມີໄຂມັນ
  • ຖົ່ວ, ແກ່ນໝາກມ່ວງຫິມະພານ, ແກ່ນຕາເວັນ: ມີແມັກນີຊຽມ ຊ່ວຍເຜົາຜານໄຂັມນ
  • ປາ, ຫອຍ: ມີໂປຣຕີນທີ່ີດີ, ໄຂມັນນຕໍ່າ ແລະແມັກນີຊຽມ ໃຫ້ພະລັງງານ ແລະຊ່ວຍໃຫ້ຫຼອດເລືອດຫົວໃຈແຂງແຮງ
  • ນົມຈືດ: ເປັນແຫຼ່ງໂປຣຕີນ, ແຄວຊຽມ ຊ່ວຍຮັກສາກະດູກໃຫ້ແຂງແຮງ
  1. ອາຫານທີ່ຄວນຫຼີກລຽງ
  • ນໍ້າປາ, ນໍ້າສະອິວ, ນໍ້າຊອດສຕ່າງໆ
  • ຜັກສົ້ມ ແລະອາຫານດອງຕ່າງໆ
  • ອາຫານແຊ່ແຂງ ມັກມີປະລິມານໂຊດຽມ ຫຼືລົດຊາດເຄັມຫຼາຍ
  • ນໍ້າອັດລົມ
  • ເຂົ້າໜົມອົມ, ເຂົ້າໜົມລົດຊາດຫວານ, ເຄັກ
  • ໜັງໝູ, ໜັງໄກ່
  • ເຄື່ອງດື່ມແອວກໍຮໍ
  • ເຄື່ອງດື່ມທີ່ມີຄາເຟອິນເຊັ່ນ: ກາເຟ, ຊາ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...