spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ພະຈິກ ຫຼືມື້ວາງຈຳໜ່າຍເກມ Rockman X6

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ພະຈິກ ຫຼືມື້ວາງຈຳໜ່າຍເກມ Rockman X6

Published on

ວັນທີ 28 ພະຈິກ ປີ 2001 ຫຼືມື້ນີ້ເມື່ອ 15 ທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Rockman X6 ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍພາກນີ້ເປັນພາກສຸດທ້າຍທີ່ລົງໃຫ້ກັບເຄື່ອງ PS1 ກ່ອນທີ່ຈະເອົາພາກ X7 ແລະ X8 ໄປລົງໃຫ້ກັບເຄື່ອງ PS2 ໃນເວລາຕໍ່ມາ. ເຊິ່ງ Rockman X6 ນີ້ເປັນພາກທີ່ພັດທະນາໂດຍບໍ່ມີທ່ານ ເຄຈິ ອິນາຟຸເນະ (ນັກແຕ້ມໂຕລະຄອນແລະໂປຣດິວເຊີ້ຂາປະຈຳຂອງຊີຣີ) ມາຮ່ວມໃນການຜະລິດນຳ ສ່ວນໜຶ່ງກໍເນື່ອງມາຈາກທ່ານ ອິນາຟຸເນະ ໄດ້ຕັ້ງໃຈໄວ້ແຕ່ຕົ້ນວ່າຈະໃຫ້ Rockman X5 ເປັນພາກສຸດທ້າຍທີ່ຈະໃຫ້ຈົບແບບ Zero ຕາຍນັ້ນເອງ. 

ພລ໋ອດເລື່ອງຂອງ Rockman X6 ຈະເປັນເຫດການເມື່ອ 3 ອາທິດຕໍ່ມາ ຫຼັງຈາກພາກ X5, ໂດຍ X ໄດ້ຮັບມອບໝາຍໃຫ້ໄປປາບຫຸ່ນຍົນມາເວີຣິກໃນພື້ນທີ່ແຫ່ງໜຶ່ງ ແລະບ່ອນນັ້ນ X ກໍໄດ້ພົບກັບຫຸ່ນຍົນທີ່ມີຮູບຮ່າງຄ້າຍກັບ Zero ທີ່ຕົນເອງເຊື່ອວ່າເສຍຊີວິດໄປແລ້ວ, ແຕ່ວ່າຫຸ່ນໂຕນັ້ນພັດມີສີມ້ວງ ຕ່າງຈາກຮູບລັກຂອງ Zero ໂຕແທ້ທີ່ມີສີແດງ, ດ້ວຍເຫດນີ້ X ຈຶ່ງຕ້ອງໄປພົບກັບນັກວິທະຍາສາດນາມວ່າ: Isoc ແລະລູກນ້ອງຂອງຕົນທີ່ຊື່ High Max ເຊິ່ງຕໍ່ມາ X ກໍໄດ້ຮັບໜ້າທີ່ໃໝ່ຄືຫາທາງທຳລາຍໄວຣັສຄອມພິວເຕີທີ່ຊື່ວ່າ: Nightmare ທີ່ຄອຍປ່ຽນຫຸ່ນທົ່ວໄປໃຫ້ກາຍເປັນຫຸ່ນມາເວີຣິກໃຫ້ໄດ້. 

ລະບົບເກມທົ່ວໄປຂອງພາກ X6 ຈະຍັງຄົງມີຄວາມຄ້າຍກັບພາກ X5 ເປັນສ່ວນໃຫຍ່, ໂດຍຕອນຕົ້ນຜູ້ຫຼິ້ນຈະເລືອກຫຼິ້ນໄດ້ພຽງ X (ເນື່ອງຈາກ Zero ຕາຍໄປໃນຕອນຈົບພາກ X5) ແຕ່ຖ້າຫາກຜູ້ຫຼິ້ນຊອກຫາແລະປາບ Zero ທີ່ຖືກໄວຣັສ Nightmare ຄອບງຳລົງໄດ້ກໍຈະປົດລ໋ອກ Zero ມາໃຊ້ໄດ້ອີກຄົນ, ເຊິ່ງ X ໃນພາກນີ້ຈະສາມາດໃຊ້ດາບ Z-Saber ທີ່ເປັນມໍລະດົກຈາກ Zero ໄດ້, ແຕ່ວ່າທ່າໂຈມຕີຈະມີພຽງເທົ່າໃດແບບເທົ່ານັ້ນ, ຈຸດປະສົງຫຼັກກໍຄືເອົາໄວ້ໃຊ້ທຳລາຍບລ໋ອກບາງອັນທີ່ຂວາງທາງໄປຕໍ່ ຫຼືໃຊ້ບລັອກການໂຈມຕີບາງທ່າຂອງສັດຕູເປັນຕົ້ນ. ນອກຈາກນີ້ ພາຍໃນເກມກໍຈະມີຫຸ່ນເຣພລອຍໃຫ້ເຮົາຊ່ອຍຕາມສາກ ເຊິ່ງຖ້າເຮົາຊ່ອຍບໍ່ສຳເລັດກໍຈະມີຜົນຕໍ່ Rank ຂອງເຮົາຫຼັງຈາກຈົບດ່ານນຳ. 

Fact ເລັກນ້ອຍກ່ຽວກັບເກມ Rockman X6

  • Rockman X6 ເປັນພາກທຳອິດຂອງຊີຣີ Rockman X ທີ່ໂຕເກມເວີຊັ່ນອັງກິດເລືອກໃຊ້ເພງໄຕເຕິ້ນເປັນເພງດຽວກັບເວີຊັ່ນຍີ່ປຸ່ນ ເຊິ່ງແຕ່ເກົ່າໃນ Rockman X3 ຈົນຮອດ Rockman X5 ນັ້ນເວີຊັ່ນອັງກິດຈະປ່ຽນຈາກເພງຮ້ອງພາສາຍີ່ປຸ່ນເປັນເພງບັນເລງທີ່ແຕ່ງຂຶ້ນໃໝ່ໝົດ.  

  • ໃນໜ້າຈໍເລືອກເມນູລະຫວ່າງ New Game, Load Game ແລະ Option ຫາກຜູ້ຫຼິ້ນກົດປຸ່ມ ຊ້າຍ 3 ເທື່ອ ຕໍ່ດ້ວຍປຸ່ມຂວາ 1 ເທື່ອ ແລ້ວເຂົ້າເກມໄປຕາມປົກກະຕິ ຈະສາມາດປົດລ໋ອກເກາະ Ultimate Armor ຂອງ X ມາໃຊ້ໄດ້. 

  • ເກມນີ້ພົບບັນຫາດ້ານຍອດຂາຍຢ່າງໜັກ ໂດຍຂາຍໄປໄດ້ພຽງແຕ່ 106,980 ຊຸດໃນຍີ່ປຸ່ນ (ນັບຮອດທ້າຍປີ 2001) ແລະເປັນເກມທີ່ຂາຍດີອັນດັບທີ 109 ຂອງປີດັ່ງກ່າວ ເຊິ່ງບັນດາສຳນັກຂ່າວເກມຕ່າງປະເທດໃຫ້ຄວາມເຫັນວ່າໜ້າຈະມີສາເຫດມາຈາກການທີ່ເກມນີ້ວາງຈຳໜ່າຍເທິງເຄື່ອງ PS1 ໃນຊ່ວງທີ່ຄົນເລີ່ມຍ້າຍໄປຫຼິ້ນ PS2 ກັນເກືອບໝົດແລ້ວ ອີກທັງກຣາບຟິກຍັງບໍ່ມີການພັດທະນາເປັນຢ່າງເປັນອັນນັບຕັ້ງແຕ່ Rockman X4 ເປັນຕົ້ນມາ ແຖມເພງປະກອບໃນເກມກໍບໍ່ມີຫຍັງເປັນຕາຈົດຈຳຫຼາຍ ບໍ່ພໍເທົ່ານັ້ນບາງເພງກໍເປັນການນຳເພງຈາກ Rockman X ພາກເກົ່າໆມາຣີມິກຊ້ຳ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...