spot_img
Homeຂ່າວພາຍ​ໃນສະມາຊິກພັກທົ່ວປະເທດ ມີທັງໝົດ 281.000 ກວ່າສະຫາຍ

ສະມາຊິກພັກທົ່ວປະເທດ ມີທັງໝົດ 281.000 ກວ່າສະຫາຍ

Published on

ປັດຈຸບັນ ທົ່ວປະເທດ ມີສະມາຊິກພັກທັງໝົດ 281.000 ກວ່າສະຫາຍ, ຍິງ 63.740 ກວ່າສະຫາຍ ທຽບໃສ່ປີ 2011 ເພີ່ມຂຶ້ນ 77.990 ກວ່າສະຫາຍ, ໃນນັ້ນ ຜູ້ມີອາຍຸແຕ່ 18-39 ປີ ກວມເອົາ 43%, ອາຍຸ 40-49 ປີ ກວມເອົາ 31% , ອາຍຸ 51 ປີ ຂຶ້ນໄປກວມເອົາ 26% , ມີສະມາຊິກພັກປະເພດແຂງ ກວມ 73%ກວ່າ, ສະມາຊິກພັກປະເພດກາງ 5% ກວ່າ, ສະມາຊິກພັກປະເພດອ່ອນກວມ 0, 20 % ແລະ ສະມາຊິກພັກບໍ່ໄດ້ຈັດປະເພດ ກວມເອົາເກືອບ 21% ທັງນີ້ຍ້ອນວ່າ ຄະນະພັກ, ໜ່ວຍພັກສ່ວນຫລາຍ ໄດ້ເອົາໃຈໃສ່ ຊີ້ນຳວຽກງານຂະຫຍາຍພັກຖືກຕ້ອງຕາມກົດລະບຽບຂອງພັກ ເຮັດໃຫ້ຈຳນວນສະມາຊິກພັກເພີ່ມຂຶ້ນດັ່ງກ່າວ.

ສະຫາຍ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວໃນກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ຢູ່ ອົງຄະນະພັກ ທຫລ ເມື່ອບໍ່ດົນນີ້ວ່າ : ພ້ອມນີ້ ໄດ້ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນໄດ້ 153.600 ກວ່າສະຫາຍ, ຍິງ ເກືອບ 30 ພັນສະຫາຍ , ເກືອບເທົ່າ 63% ຂອງຈຳນວນສະມາຊິກພັກທັງໝົດໃນທົ່ວປະເທດ ເຮັດໃຫ້ການຄຸ້ມຄອງສະມາຊິກພັກເຂົ້າສູ່ລະບົບດີຂຶ້ນ ທັງຊ່ວຍຈຳກັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວສະມາຊິກພັກໄດ້ຈຳນວນໜຶ່ງ, ປັດຈຸບັນ ທົ່ວປະເທດ ມີຄະນະພັກແຂວງ-ນະຄອນຫລວງ ແລະ ກະຊວງ-ອົງການທັງໝົດ 964 ສະຫາຍ, ຍິ່ງ 118 ສະຫາຍ, ຄະນະພັກເມືອງມີທັງໝົດ 3.300 ກວ່າສະຫາຍ , ຍິ່ງ 400 ກວ່າສະຫາຍ, ແລະ ມີໜ່ວຍພັກຮາກຖານ 6.200 ກວ່າໜ່ວຍ , ມີໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ເກືອບ 12 ພັນໜ່ວຍ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...