Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 7 ຊະນິດກິນຊ່ວຍທໍາຄວາມສະອາດຫຼອດເລືອດ ແລະລະລາຍໄຂມັນໄດ້ດີ

ອາຫານ 7 ຊະນິດກິນຊ່ວຍທໍາຄວາມສະອາດຫຼອດເລືອດ ແລະລະລາຍໄຂມັນໄດ້ດີ

Published on

 

  1. ໝາກເດືອຍ: ຊ່ວຍໃນການຫຼຸດລະດັບນໍ້າຕານໃນເລືອດ, ຊ່ວຍລະບົບການເຜົາຜານ ມີຊັບພະຄຸນທາງດ້ານຂັບປັດສະວະ, ຫຼຸດອາການບວມນໍ້າ ແລະມີແຄລໍຣີ່ຕໍ່າ ບໍ່ເຮັດໃຫ້ຕຸ້ຍ ແລະຍັງຊ່ວຍເລື່ອງການຂັບຖ່າຍ, ຂັບສານພິດອອກຈາກຮ່າງກາຍ.
  2. ຫົວກະທຽມ+ຂີງ: ສອງສິ່ງນີ້ມີຊັບພະຄຸນໃນການຕໍ່ຕ້ານມະເຮັງ ແລະຊ່ວຍຫຼຸດລະດັບຄໍເລດເຕີລອຍ ແລະນໍ້າຕານໃນເລືອດ ຊ່ວຍປ້ອງກັນການເກີດເສັ້ນເລືອດອຸດຕັນອີກດ້ວຍ
  3. ແຄລ໋ອດ: ຜັກສີສົ້ມທີ່ອຸດົມໄປດ້ວຍວິຕາມິນ ແລະແຮ່ທາດທີ່ມີປະໂຫຍດ ແລະຍັງມີສານສໍາຄັນຄືສານ ຟອດຄາຮິນອນ ຊຶ່ງຊ່ວຍຕໍ່ຕ້ານເຊວມະເຮັງ, ຊ່ວຍຫຼຸດລະດັບຄໍເລດເຕີລອຍໃນຮ່າງກາຍ ຊ່ວຍເພີ່ມປະສິດທິພາບໃນລະບົົບໄຫຼວຽນຂອງເລືອດ ມີສານຕໍ່ຕ້ານອະນຸມຸນອິດສະລະຊຶ່ງມີສ່ວນຊ່ວຍໃນການຢັບຢັ້ງຄວາມຊະລາ ແລະການເກີດຮອຍຫ່ຽວແຫ່ງອີກ
  4. ໝາກຖົ່ວເຫຼືອງ: ຈະມີສັບພະຄຸນຊ່ວຍປ້ອງກັນການອຸດຕັນຂອງໄຂມັນໃນເສັ້ນເລືອດໄດ້ ຊຶ່ງກົດໄຂມັັນບໍ່ອີ່ມຕົວ ແລະສາມາດຊ່ວຍຫຼຸດລະດັບຄໍເລດເຕີລອຍໄດ້
  5. ໝາກຖົ່ວຂຽວ: ອຸດົມໄປດ້ວຍວິຕາມິນອີ ຊຶ່ງເປັນສານຕໍ່ຕ້ານອະນຸມຸນອິດສະລະ ທີ່ຊ່ວຍຮັກສາ ແລະສ້າງຄວາມແຂງແຮງໃຫ້ກັບເຊວຜິວຫນັງ ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ ແລະຍັງຊ່ວຍປົກປ້ອງຜິວຈາກຄວາມເສຍຫຼາຍທີ່ເກີດຈາກມົນລະຜິດ
  6. ໝາກຖົ່ວຊະນິດຕ່າງໆ ໝາກຖົ່ວເປັນໂປຣຕີນຄຸນນະພາບດີທີ່ຊ່ວຍໃນການຫຼຸດຄວາມເຂັ້ມຂຸ້ນຂອງຄໍເລດເຕີລອຍໄດ້ ເປືອກຫຸ້ມແກ່ນແບ່ງໄດ້ເປັນສອງຊະນິດຄື: ຊະນິດບໍ່ລະລາຍໃນນໍ້າ ຈະຊ່ວຍເພີ່ມເປືອກໃຍ ແລະເກັບນໍ້າ ເຮັດໃຫ້ອາຈົມນຸ່ມ ແລະຂັບຖ່າຍເປັນປົກກະຕິ ແລະຊະນິດລະລາຍໃນນໍ້າ ຊ່ວຍຫຼຸດຄໍເລດເຕີລອຍໃນເລືອດ
  7. ໝາກເລັ່ນໃຫຍ່: ມີໂຄປີນ ເປັນສານສໍາຄັນ ຊຶ່ງສານຕົວນີ້ຊ່ວຍປ້ອງກັນການແຂງຕົວຂອງຫຼອດເລືອດ, ປິ່ນປົວພະຍາດຄວາມດັນໂລຫິດສູງ ແລະຫຼຸດຄວາມສ່ຽງໃນການເກີດພະຍາດຫົວໃຈ

ເນັ້ນການກິນຜັກຫຼາຍໆ  ແລະເລືອກເອົາຜັກທີ່ກ່າວມານີ້ປະສົມໃນການປຸງແຕ່ງອາຫານ ຮັບຮອງວ່າຫ່ງໄກຈາກພະຍາດຫົວໃຈ ຫຼືພະຍາດຫຼອດເລືອດອຸດຕັນໄດ້ຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...