Homeຂ່າວເຫດການເປີດນຳໃຊ້ ຂົວນ້ຳງຽບ 1 ແລະ ບ້ານຈັດສັນຫ້ວຍສູບ

ເປີດນຳໃຊ້ ຂົວນ້ຳງຽບ 1 ແລະ ບ້ານຈັດສັນຫ້ວຍສູບ

Published on

ພິທີເປີດນຳໃຊ້ຂົວນ້ຳງຽບ 1 ແລະ ບ້ານຈັດສັນຫ້ວຍສູບໄດ້ມີຂຶ້ນໃນວັນທີ 25 ພະຈິກນີ້, ທີ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ  ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຮອງເຈົ້າແຂວງໄຊສົມບູນ, ທັງເປັນຮອງຄະນະກຳມະການຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການເຂື່ອນໄຟຟ້າດັ່ງກ່າວ.
ອຳນວຍການໂຄງການເຂື່ອນແຫ່ງນີ້ໃຫ້ຮູ້ວ່າ: ໂຄງການໄຟຟ້ານ້ຳງຽບ 1 ແມ່ນໜຶ່ງໃນໂຄງການບູລິມະສິດຂອງລັດຖະບານ ສປປລາວ ນັບແຕ່ກໍ່ສ້າງມາແຕ່ທ້າຍປີ 2014 ທາງຮອດເດືອນຕຸລາ 2016 ນີ້, ການກໍ່ສ້າງເຂື່ອນທັງໝົດມີຄວາມຄືບໜ້າເຖິງ 55 %  ແລະ ຄາດວ່າຈະເປີດນຳໃຊ້ໃນອີກບໍ່ດົນນີ້, ສ່ວນການກໍ່ສ້າງຂົວ ແລະ ບ້ານຈັດສັນຫ້ວຍສູບ ກໍແມ່ນຜົນສຳເລັດໜຶ່ງຂອງໂຄງການ, ພາຍຫຼັງໃຊ້ເວລາກໍ່ສ້າງ 14 ເດືອນ, ຂົວມີຄວາມຍາວ 120 ແມັດ , ກ້ວາງ 6 ແມັດ,ອໃຊ້ທຶນໃນມູນຄ່າກໍ່ສ້າງ 1,6 ລ້ານໂດລາສະຫະລັດ ຫຼື ( ປະມານ 12 ຕື້ກວ່າກີບ), ຕາມມາດຕະຖານ ເພື່ອອຳນວຍຄວາມສະດວກໃຫ້ແກ່ ການສັນຈອນໄປມາ ຂອງປະຊາຊົນມີຄວາມສະດວກສະບາຍກວ່າເກົ່າ.

ອຳນວຍການເຂື່ອນໄຟຟ້ານ້ຳງຽບ 1 ໃຫ້ຮູ້ອີກວ່າ: ສຳລັບບ້ານຈັດສັນຫ້ວຍສູບ ເລີ່ມກໍສ້າງມາແຕ່ຕົ້ນປີ 2016, ພ້ອມສິ່ງອຳນວຍຄວາມສະດວກອື່ນໆເຊັ່ນ: ໂຮງຮຽນ, ໄຟຟ້າ, ນ້ຳສະອາດ, ລະບົບຊົນລະປະທານ, ເນື້ອທີ່ທຳການຜະລິດ ແລະ ອື່ນໆ, ເພື່ອສາມາດຮອງຮັບປະຊາຊົນທີ່ຍົກຍ້າຍ ມາຈາກເຂດທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນປະມານ 480 ຄອບຄົວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...