Homeນານາສາລະ10 ວິທີແກ້ການຢາກນອນ ແບບໄດ້ຜົນທີ່ສຸດ

10 ວິທີແກ້ການຢາກນອນ ແບບໄດ້ຜົນທີ່ສຸດ

Published on

ອາການຢາກນອນ ເປັນອາການໜຶ່ງທີ່ບົ່ງບອກວ່າ ຮ່າງກາຍບໍ່ໄດ້ຮັບການພັກຜ່ອນພຽງພໍ ເຊິ່ງອາດເກີດຂຶ້ນໄດ້ໃນຊ່ວງເວລາທີ່ເຮັດວຽກ, ເວລາຂັບລົດ, ເວລາຂີ່ລົດ, ເວລາອ່ານໜັງສື, ເວລາຮຽນ ໂດຍອາດສົ່ງຜົນເສຍຕາມມາຫຼາກຫຼາຍ, ດັ່ງນັ້ນ ເຮົາມາເບິ່ງ 10 ວິທີແກ້ການຢາກນອນ ແບບໄດ້ຜົນນຳກັນ

  1. ນອນຫຼັບພັກຜ່ອນໃຫ້ເຕັມທີ່: ໂດຍປົກກະຕິຄົນເຮົາຄວນນອນຢ່າງໜ້ອຍມື້ລະ 7-8 ຊົ່ວໂມງ ເພື່ອເຮັດໃຫ້ຮ່າງກາຍໄດ້ພັກຜ່ອນ ແລະພັກຟື້ນພຽງພໍ
  2. ແສງແດດໃນຍາມເຊົ້າ: ແສງແດດຍາມເຊົ້າ ເປັນອີກວິທີໜຶ່ງ ທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ ເຮັດໃຫ້ຮ່າງກາຍສົດຊື່ນ, ແຈ່ມໃສ ພ້ອມເຮັດວຽກໝົດມື້
  3. ດື່ມນໍ້າຕະຫຼອດມື້: ການດື່ມນໍ້າ ຈະຊ່ວຍໃຫ້ອົກຊີແຊນໃນຮ່າງກາຍເພີ່ມຂຶ້ນ ເຮັດໃຫ້ຮ່າງກາຍສົດຊື່ນ
  4. ພັກສະໝອງໃນຊ່ວງຕອນສວາຍ: ການນອນໃນຕອນສວາຍຈັກ 10-15 ນາທີ ຈະເຮັດໃຫ້ມີສະມາທິຂຶ້ນ ລວມທັງຊ່ວຍໃຫ້ຮ່າງກາຍສົດຊື່ນ ບໍ່ຢາກນອນໃນຊ່ວງເວລາຕອນບ່າຍ
  5. ກິນໂປຣຕີນ: ການກິນອາຫານທີ່ມີໂປຣຕີນເຊັ່ນ: ນົມ, ໄຂ່, ຖົ່ວ ຈະຊ່ວຍຫຼຸດການຢາກນອກໄດ້
  6. ຫຼີກລຽງອາຫານຫວານ: ອາຫານທີ່ຫວານໂດຍສະເພາະເຂົ້າໜົມຫວານ, ນໍ້າຫວານ, ຈະເຮັດໃຫ້ເຮົາຢາກນອນ ແລະຍັງເຮັດໃຫ້ຕຸ້ຍງ່າຍ, ເປັນສາເຫດຂອງນໍ້າຕານໃນເລືອດເພີ່ມຂຶ້ນ
  7. ໝັ່ນເໜັງຕີງ: ເມື່ອຮູ້ສຶກຢາກນອນ ກໍໃຫ້ລຸກຍ່າງ ຫຼືແກວ່ງແຂນຂາໄປມາ ເພື່ອບໍ່ເຮັດໃຫ້ຢາກນອນ
  8. ການຟັງເພງ: ໂດຍການຟັງເພງ ຈະເຮັດໃຫ້ຮ່າງກາຍຕື່ນຕົວ ແລະມີສະມາທິເພີ່ມຂຶ້ນ ແຕ່ກໍບໍ່ຄວນຟັງເພງທີ່ຊ້າ ເພາະອາດເປັນການເພີ່ມອາການຢາກນອນຊໍ້າ
  9. ການທຳສະມາທິ: ລອງນັ່ງສະມາທິ ແລະຄວບຄຸມລົມຫາຍໃຈເຂົ້າອອກເບິ່ງ, ນອກຈາກຈະເຮັດໃຫ້ມີສະມາທິແລ້ວ ຍັງຊ່ວຍໃຫ້ຮ່າງກາຍມີພະລັງ ລວມທັງປັບສົມດູນການເຮັດວຽກຂອງລະບົບຕ່າງໆ ໃນຮ່າງກາຍໄດ້ອີກ
  10. ການອອກກຳລັງກາຍ: ການອອກກຳລັງກາຍເປັນວິທີໜຶ່ງທີ່ຫຼຸດການຢາກນອນ ເພາະນອກຈກາຈະເຮັດໃຫ້ຮ່າງກາຍມີພະລັງແລ້ວ ຍັງເຮັດໃຫ້ສຸຂະພາບດີອີກ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...