Homeຄວາມງາມອ່ານໃຫ້ເຂົ້າໃຈຄັກໆ ກ່ອນຈະຊື້ຄຣີມກັນແດດມາໃຊ້

ອ່ານໃຫ້ເຂົ້າໃຈຄັກໆ ກ່ອນຈະຊື້ຄຣີມກັນແດດມາໃຊ້

Published on

ເຄີຍເຫັນບໍຄຣີມກັນແດດ SPF, UVA, UVB ແລະ PA ຕ່າງກັນຈັ່ງໃດ?

ມາຮອດຊູ່ມື້ນີ້ມີຄຣີມກັນແດດທີ່ມີປະສິດທິພາບການປົກປ້ອງໄປເຖິງ P+++ ອອກມາໃຫ້ໃຊ້ຢ່າງຫຼວງຫຼາຍ ຈະຊື້ເພາະຄວາມບໍ່ຮູ້ກໍຄືເປັນຈັ່ງໃດໆ ມື້ນີ້ລາວໂພສຕ໌ ເລີຍຕ້ອງມາໄຂຂໍ້ຂ້ອງໃຈໃຫ້ສາວໄດ້ຮູ້ວ່າ ຄຣີມກັນແດດ P+++ ນີ້ ບວກ 1 ມີຄວາມສຳຄັນຈັ່ງໃດ

ຮູ້ເອົາໄວ້ເລີຍວ່າ ຄ່າ PA ສຳຄັນກວ່າທີ່ເຮົາຄິດ

ເລົ່າໃຫ້ຈື່ເອົາໄວ້ເລີຍວ່າ SPF ໃຊ້ປ້ອງກັນລັງສີ UVB ສ່ວນຄ່າ PA ໃຊ້ປ້ອງກັນລັງສີ UVA ເຊິ່ງຖ້າເວົ້າເຖິງເລື່ອງການປົກປ້ອງຜິວຈາກແສງແດດ ແຕ່ເກົ່າສາວໆ ຈະໃຫ້ຄວາມສຳຄັນກັບການປ້ອງກັນລັງສີ UVB ເພາະວ່າ ລັງສີ UVB ສະແດງຜົນທັນທີ ຄືເຮັດໃຫ້ຜິວແດງໄໝ້ແລະໝອງເສົ້າ ເຊິ່ງຈຸດນີ້ຈະປ້ອງກັດໄດ້ດ້ວຍ SPF30-50 ແຕ່ສິ່ງທີ່ສາວໆມັກເບິ່ງຂ້າມ ຄືລັງສີ UVA ທີ່ຄວາມຈິງແລ້ວມີປະລິມານຫຼາຍກວ່າ ຄື້ນຍາວກວ່າ ລົງເລິກເຖິງຊັ້ນຜິວໄດ້ຫຼາຍກວ່າ ແລະຮ້າຍແຮງກວ່າ ໂດຍຈະສົ່ງຜົນເສຍຕໍ່ຜິວ ຕັ້ງແຕ່ຜິວຂາດຄວາມຊຸ່ມຊື່ນ ເສົ້າໝອງ ມີຮ່ອງຮອຍ ແລະເປັນມະເຮັງຜິວໜັງໄດ້ເລີຍ.

15171214_898962126871930_8525631500136905061_n

ເປັນຫຍັງມີແຕ່ຄ່າ PA ທີ່ເພິ່ມຂຶ້ນ ແລ້ວ SPF ເດລະ?

ດ້ວຍລັງສີ UVA ມີປະລິມານໃນອາກາດຫຼາຍເຖິງ 75% ແລະມີຄວາມຍາມຄື້ນທີ່ຫຼາຍກວ່າລັງສີ UVB ທີ່ມີພຽງ 25% ປະກອບກັບອົງການອາຫານແລະຢາຂອງສະຫະລັດອາເມລິກາ ກຳນົດຄ່າ SPF ສູງສຸດໄວ້ທີ່ 50+ ເພາະຍັງບໍ່ມີລັກຖານພຽງພໍທີ່ຈະສະໜັບສະໜຸນວ່າຄຣີມກັນແດດທີ່ມີ SPF ຫຼາຍກວ່າ 50 ຈະໃຫ້ປະສິດທິພາບຫຼາຍຂຶ້ນ ການພັດທະນາຄຣີມກັນແດດໃນປັດຈຸບັນຈຶ່ງມຸ່ງໄປທີ່ການເພິ່ມຄ່າ PA ເພື່ອປົກປ້ອງທີ່ດີກວ່າເກົ່າ.

 ຄ່າ PA ທີ່ມີຢູ່ ບໍ່ພຽງພໍຫວາ?

ຕົ້ນໄມ້ຈະເຕີບໂຕແລະສວຍງາມກໍຕ້ອງໃສ່ຝຸ່ນ ອາຫານຈະແຊບກໍຕ້ອງພັດທະນາລົດຊາດ ເຊັ່ນດຽວກັນກັບຜະລິດຕະພັນຄວາມງາມຈະສົມບູນຍິ່ງຂຶ້ນ ກໍຕ້ອງພັດທະນາຢ່າງຕໍ່ເນື່ງ ສະນັ້ນ ບໍ່ວ່າຄ່າ PA ທີ່ມີຢູ່ໃນປັດຈຸບັນບໍ່ພຽງພໍຕໍ່ການປ້ອງກັນລັງສີ UVA ແຕ່ສຳລັບສາວໆ ທີ່ມີກິດຈະກຳກາງແຈ້ງຫຼາຍໆ ການປົກປ້ອງຈຶ່ງຈຳເປັນຕ້ອງເພິ່ມຂຶ້ນ ຈາກເກົ່າຄ່າ PA+ ຈະມີຄ່າ PPD ຢູ່ທີ່ 2-4, PA++ ຈະມີຄ່າ PPD ຢູ່ທີ່ 4-8 ແຕ່ຄ່າ P+++ ຈະໃຫ້ຄ່າຫຼາຍກວ່າ 8 ຄື ຈະຢູ່ທີ່ 16 ຂຶ້ນໄປ ເທົ່າກັບວ່າສາມາດປ້ອງກັນລັງສີ Long-UVA ໄດ້ (ຄ່າ PDD ຫຼື Persirtent Pigment Darkening ຄືຄ່າຄວາມສາມາດໃນການປ້ອງກັນລັງສີ UVA.

ແລ້ວ Long-UVA  ຄືຫຍັງ?

ຄືໃຈຄົນຫັ້ນລະ ມີທັງຢັ່ງເຖິງແລະບໍ່ເຖິງ ລັງສີ UVA ກໍມີທັງທີ່ປ້ອງກັນໄດ້ແລະຍັງປ້ອງກັນບໍ່ໄດ້ ແຕ່ມື້ນີ້ການພັດທະນາວິໄຈ ໄດ້ດຳເນີນເຖິງຈຸດທີ່ Long-UVA ສາມາດປ້ອງກັນໄດ້ ເຊິ່ງຈະອະທິບາຍໃຫ້ເຂົ້າໃຈງ່າຍື້ວ່າ… Long-UVA ຄື ຄື້ນທີ່ທະລຸຜ່ານຊັ້ນຜິວໜັງໄດ້ເລິກຫຼາຍ ສົ່ງຜົນຕໍ່ສີຜິວທີ່ໝອງຂຶ້ນ ລະດັບການເຮັດວຽກ ແລະໂຄງສ້າງຜິວ ເຮັດໃຫ້ຜິວສູນເສຍຄອລລາເຈນ ອີລາສຕິນ ຄວາມຢືດຫຍຸ່ນຫຼຸດລົງ ແລະເກີດຮ່ອງຮອຍກ່ອນໄວ.

PA+++ ຈຳເປັນໃນກໍລະນີໃດ?

ກ່ອນທີ່ຄຣີມກັນແດດ PA+,PA++ ຈະຂາຍບໍ່ອອກ ຂໍຊີ້ແຈງວ່າ ການເລືອກຊື້ຄຣີມກັນແດດນັ້ນ ຂຶ້ນຢູ່ກັບການໃຊ້ງານຂອງແຕ່ລະຄົນ ຖ້າເຮົາບໍ່ໄດ້ເຮັດວຽກກາງແດດ ຫຼືຖືກແດດຕະຫຼອດເວລາ ການໃຊ້ຄຣີມກັນແດດທີ່ມີຄ່າປົກປ້ອງຫຼາຍໆກໍບໍ່ຈຳເປັນ ແຕ່ວິທີທີ່ຖືກຕ້ອງສຳລັບການໃຊ້ຄຣີມກັນແດດ ຄື ການເລືອກຄຣີມກັນແດດທີ່ເໝາະກັບຜິວ ແລະທາໃນປະລິມານທີ່ພຽງພໍ ທີ່ສຳຄັນການທາຊ້ຳທຸກໆ 2-3 ຊົ່ວໂມງ ຍັງເປັນວິທີທີ່ຫຼາຍຄົນບໍ່ຄ່ອຍສົນໃຈ.

ລອງຊອກເບິ່ງເດີວ່າ ຕອນນີ້ມີຄຣີມກັນແດດແບຣນໃດພັດທະນາ PA ໄປເຖິງ +++ ແລ້ວຫຼືຍັງ

ຂໍຂອບໃຈຂໍ້ມູນດີໆ ຈາກເພຈ: ໄລລາ ປະເທດລາວ
15224656_1182968068447243_1299686309_o

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...