Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຜູ້ຍິງທຸກຄົນຄວນກິນ ເພື່ອບໍາລຸງມົດລູກໃຫ້ແຂງແຮງ

ອາຫານທີ່ຜູ້ຍິງທຸກຄົນຄວນກິນ ເພື່ອບໍາລຸງມົດລູກໃຫ້ແຂງແຮງ

Published on

ຊ່ວງເວລາທີ່ເປັນປະຈໍາເດືອນ ຄວນລະວັງເລື່ອງອາຫານການກິນເປັນພິເສດ ເພື່ອໃຫ້ມົດລູກມີສຸຂະພາບແຂງແຮງ ໂດຍແນະນໍາໃຫ້ກິນອາຫານທີ່ຊ່ວຍຂັບສານພິດ ແລະເຮັດໃຫ້ປະຈໍາເດືອນມາເປັນປົກກະຕິນີ້ສໍາຄັນຫຼາຍ.

ມີການວິໄຈພົບວ່າ ຜູ້ຍິງທີ່ກິນໝາກອາໂວກາໂດ 1 ໜ່ວຍໃນທຸກອາທິດ ຈະມີປະລິມານຮອກໂມນທີ່ສົມດຸນກວ່າຜູ້ທີ່ບໍ່ໄດ້ກິນ. ໝາກອາໂວກາໂດຈະກິນຍາກ ແລະມີລົດຊາດທີ່ບໍ່ຖືກປາກ(ສຳລັບບາງຄົນ) ແຕ່ມີວິທີກິນແບບງ່າຍໆ.

big

ວິທີເຮັດ: ໝາກອາໂວກາໂດ ແລະນົມສົດ

  1. ຊອຍໝາກອາໂວກາໂດໃຫ້ເປັນຕ່ອນນ້ອຍໆ
  2. ປັ່ນລວມກັບນົມສົດ ອາດຈະໃສ່ໝາກໄມ້ທີ່ມັກລົງໄປນຳກໍໄດ້ເພື່ອເພີ່ມລົດຊາດ

ເມນູອາຫານງ່າຍໆ:

  1. ເອົາໝາກອາໂວກາໂດໃສ່ຕູ້ເຢັນປະມານ 2-3 ຊົ່ວໂມງ ເພື່ອລົດຊາດທີ່ແຊບຂຶ້ນ ແລ້ວຊອຍໃສ່ຈານ
  2. ໃສ່ນໍ້າມັນໝາກກອກ,​ ນໍ້າສົ້ມສາຍຊູ ແລະພິກໄທເລັກໜ້ອຍປະສົມລົງໄປໃນຊາມ
  3. ຕັດລາດໃສ່ໝາກອາໂວກາໂດເລັກໜ້ອຍ ຈະຊ່ວຍດຶງລົດຊາດຂອງໝາກອາໂວກາໂດໄດ້ເປັນຢ່າງດີ

ລະຫວ່າງຜູ້ຍິງເສຍເລືອດປະຈໍາເດືອນຮ່າງກາຍຈະສູນເສຍໂປຣຕີນ, ເຫຼັກ, ໂພແທດຊຽມ,​ແຄວຊຽມ ແລະແມກນີຊຽມ ສະນັ້ນຄວນທົດແທນດ້ວຍການກິນແກງໝາກຖົ່ວແດງ ຄຸນສົມບັດຂອງໝາກຖົ່ວແດງນັ້ນມີຫລາກຫຼາຍທັງຍັງຊ່ວຍທົດແທນເລືອດທີ່ເສຍໄປ ເໝາະແກ່ຜູ້ຍິງເປັນຢ່າງຍິ່ງ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...