Homeນານາສາລະເຫດຜົນທີ່ອົກຫັກຊໍ້າຊາກ

ເຫດຜົນທີ່ອົກຫັກຊໍ້າຊາກ

Published on

ຄວາມຮັກເປັນເລື່ອງທີ່ເຂົ້າໃຈຢາກ ບາງຄົນກໍບາງຄົນກໍພົບຄົນທໍາອິດກໍຮັກກັນໄດ້ຍາວນານສ້າງຄອບຄົວດ້ວຍກັນ ແຕ່ບາງຄົນຄົບມາເປັນ 10 ຄົນກໍບໍ່ມີວີ່ແວວວ່າຈະສົມຫວັງກັບໃຜເລີຍ ທັ້ງທີ່ໃຈກໍຢາກມີເປັນຕົນເປັນຕົນຄືຄົນອື່ນໆ ແລະຮູ້ບໍວ່າການທີ່ອົກຫັກຊໍ້າຊາກ ມັນມີເຫດຜົນຢູ່ວ່າ ແຕ່ຈະມີຫຍັງແຕ່ ແລະນີ້ຄືເຫດຜົນທີ່ອົກຫັກຊໍ້າຊາກ.

  1. ເປັນຕົວເອງຫຼາຍເກີນໄປ: ຄວາມຜິດຊໍ້າແລ້ວຊໍ້າອີກຄືເຈົ້າບໍ່ເຄີຍຍອມອ່ອນຂໍ້ໃຫ້ກັບອີກຝ່າຍ ຄິດສະເໝີວ່າຕົນເອງຖືກ ເພາະເມື່ອມີຄວາມຮັກກໍຢາກຄອບຄອງເຂົາໄປທັງໝົດ ແຕ່ແທ້ຈິງແລ້ວ ການ່ອຍວາງໃຫ້ທັ້ງຄູ່ໄດ້ເປັນຕົວເອງ ແລະຍອມປະນິປະນອມນັ້ນກໍສໍາຄັນບໍ່ແພ້ກັນ.
  2. ຕົກຂຸມຮັກ: ຂຸມທີ່ວ່າຄື ເຈົ້າຕີຄວາມໝາຍວ່າ ຮັກຄືຄວາມຫຼົງໄຫຼ ຄວາມຫຼົງໄຫຼນັ້ນມັນເປັນພຽງການມັກພຽງຊົ່ວຂະນະ ທັ້ງທີ່ຄວາມຈິງຄໍາວ່າຮັກນັ້ນມັນຍິ່ງໃຫຍ່ກວ່າການຫຼົງໄຫຼພຽງຂ້າມຄືນ ຮັກຕ້ອງການຄົນທີ່ແຂງແກ່ນ, ປັບຕົວເກັ່ງ ແລະສູ້ໄປດ້ວຍກັນຕ່າງຫາກ.
  3. ປາກແຂງ ບໍ່ຍອມສະແດງຄວາມຮັກ: ການສະແດງອອກໃຫ້ຄົນທີ່ຮັກຮູ້ ມີເປັນລ້ານວິທີໂດຍບໍ່ຕ້ອງບອກ ແຕ່ເຈົ້າກໍເປັນພວກທີ່ບໍ່ຍອມບອກເຂົາ, ບໍ່ສະແດງອອກ ແລ້ວເຂົາຈະຮູ້ບໍວ່າເຈົ້າຮັກເຂົາ.
  4. ແຍກຄໍາວ່າດູຕົນສົງສານ ກັບຮັກບໍ່ໄດ້: ຂໍ້ດີຄືເຈົ້າຈະເປັນຄົນເຂົ້າອົກເຂົ້າໃຈຄົນອື່ນ ຂໍ້ເສຍຄືເຈົ້າຈະສົງສານຄົນອື່ນໄປທົ່ວ ບາງຄົນມາປຶກສາເລື່ອງຄວາມຮັກ ເຈົ້າກັບເປີດໂອກາດໃຫ້ເຂົາເພາະດູຕົນສົງສານ ແລະສຸດທ້າຍກະແຍກບໍ່ອອກວ່າຮັກ ຫຼືດູຕົນສົງສານ.
  5. ເປັນພວກທີ່ມັກພິສູດຄວາມຮັກ: ຮັກມັນບໍ່ແມ່ນວິທະຍາສາດ ແຕ່ມັນເລື່ອງຂອງຄວາມຮູ້ສຶກທີ່ຈັບບາຍບໍ່ໄດ້ເຊັນ ເຈົ້າຮັກເຂົຫຼາຍບໍ? ເຂົາເຮັດແບບນີ້ສະແດງວ່າເຂົາບໍ່ໄດ້ຮັກບໍ?
  6. ຮັກເພື່ອຮັກສາໜ້າຕົນເອງ: ຖ້າເລີ່ມຮັກຈາກສະຖານະທາງການເງິນ ກໍຢ່າງຫວັງວ່າຈະໄດ້ໃຈຈາກຄົນໆນັ້ນເລີຍ ຄວາມຮັກບໍ່ແມ່ນສະຖານະທາງສັງຄົມ ລອງເບິ່ງຄວາມຮັກໃນມຸມອື່ນໆ.
  7. ບໍ່ຍອມປ່ຽນຄວາມຄິດເດີມໆ: ຝັງຄວາມຄິດໃນຫົວວ່າຮັກຕ້ອງເປັນແບບນັ້ນແບບນີ້ ໂດຍທີ່ບໍ່ໄດ້ຄິດຊິປ່ຽນຫຍັງເລີຍ.
  8. ພຽງຕ້ອງການຄົນມາເຕີມເຕັມ: ຮູ້ສຶກໄປເອງສະເໝີວ່າຕົນເອງຂາດ ຕົນເອງຕ້ອງການຄວາມຮັກ ທັ້ງທີ່ຄວາມຮັກຂອງຄົນຮອບຕົວກໍມີຫຼາຍ ແຕ່ເຈົ້າກັບເບິ່ງບໍ່ເຫັນຄ່າ ໂຫຍຫາຄວາມຮັກຈາກຄົນອື່ນຫຼາຍເກີນໄປ.
  9. ພະຍາຍາມປ່ຽນອີກຝ່າຍຕະຫຼອດເວລາ: ການທີ່ປ່ຽນຄົນຮັກນີ້ເອີ້ນໄດ້ວ່າ ເໝືອນທໍາຮ້າຍເຂົາໂດຍທາງອ້ອມ ເພາະຄວາມຮັກນັ້ນບໍ່ໄດ້ມີໃຜຕ້ອງການຄົນຮັກທີ່ດີທີ່ສຸດໃນໂລກ ແຕ່ຄວາມຮັກຄືການຍອມຮັບຄົນຮັກໃນຮູບແບບທີ່ເຮົາຮັບໄດ້.
  10. ໄລ່ຕາມຄວາມຮັກ: ຖ້າມັນບໍ່ແມ່ນຕໍ່ໃຫ້ຕາມຫາກໍຈະບໍ່ມີວັນພົບ ແຕ່ຖ້າເຈົ້າລອງຢູ່ເສີຍໆ ມີຄວາມອົດທົນທີ່ຈະລໍໃນສິ່ງທີ່ມີຄ່າ ເຮັດໃນສິ່ງທີ່ຮັກ ຫາກຊິມີມື້ໃດມື້ໜຶ່ງທີ່ຊິພົບຄົນທີ່ລໍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...