spot_img
Homeຍ້ອງຍໍຄົນດີເດັ່ນເປີດປະຫວັດແຈັກມ່າ ຈາກຄູສູ່ມະຫາເສດຖີລະດັບໂລກ

ເປີດປະຫວັດແຈັກມ່າ ຈາກຄູສູ່ມະຫາເສດຖີລະດັບໂລກ

Published on

ແຈັກມ່າ (Jack Ma) ຫຼືຊື່ແທ້ວ່າ ໝ່າ ຢຸນ ເກີດເມື່ອວັນທີ 10 ກັນຍາ 1964 ເປັນເຈົ້າຂອງທຸລະກິດແລະຜູ້ໃຈບຸນຊາວຈີນ ເຂົາເປັນຜູ້ກໍ່ຕັ້ງແລະປະທານບໍລິຫານຂອງກຸ່ມອາລີບາບາເຊິ່ງປະສົບຜົນສຳເລັດໃນທຸລະກິດອິນເຕີເນັດ ເຂົາເປັນຜູ້ປະກອບການຈີນຄົນທຳອິດທີ່ປາກົດເທິງໜ້າປົກຂອງວາລະສານຟອບ ໃນເດືອນພະຈິກ 2014 ເຂົາເປັນບຸກຄົນທີ່ລວຍທີ່ສຸດໃນປະເທດຈີນ (ບໍ່ລວມຮົງກົງ) ແລະເປັນບຸກຄົນລວຍທີ່ສຸດອັນດັບທີ 18 ຂອງໂລກ ໂດຍມີມູນຄ່າຊັບສິນປະມານ 29.7 ພັນລ້ານໂດລາສະຫະລັດ ຕາມ Bloomberg Billionaires Index (ດັດຊະນີມະຫາເສດຖີ ບລູມເບີກ).

ແຈັກມ່າເກີດທີ່ເມືອງຫາໂຈວ ມົນທົນເຈີ້ຈຽງ ເປັນຫຼານຊາຍຂອງນັກທຸລະກິດເຈົ້າຂອງທີ່ດິນລາຍໃຫຍ່ໃນຫາງໂຈວແລະເປັນລູກຊາຍຂອງສິລະປິນທີ່ທຳການສະແດງທ້ອງຖິ່ນບູຮານ ໃນໄວເດັກແຈັກມ່າມັກອ່ານໜັງສືປະເພດນິຍາຍກຳລັງພາຍໃນ ໂດຍສະເພາະກິມຢົ້ງ ທີ່ມີເນື້ອຫາກ່ຽວກັບຜູ້ກ້າທີ່ຊ່ວຍເຫຼືອປົກປ້ອງຊາວບ້ານແລະຜູ້ທີ່ອ່ອນແອກວ່າຈາກອັນຕະພານ ເພາະມັນເຮັດໃຫ້ແຈັກມ່າຈິນຕະນາການວ່າໂຕເອງເປັນເປັນວິລະບຸລຸດແບບນັ້ນ ເນື່ອງຈາກເຂົາມັກຖືກໝູ່ເພື່ອນດູຖືກແລະແກ້ງ ເນື່ອງຈາກມີຮູບຮ່າງນ້ອຍກວ່າຜູ້ອື່ນ ແມ່ນແຕ່ຄອບຄົວຂອງເຂົາເອງກໍຍັງວ່າຈັ່ງຊັ້ນ.

ຫຼັງຈາກການເຖິງແກ່ອະສັນຍະກຳຂອງເໝົາເຈີຕຸງ ປະເທດຈີນເປີດປະຕູສູ່ພາຍນອກ ມີນັກທ່ອງທ່ຽວໂດຍສະເພາະຊາວຕາເວັນຕົກຫຼັ່ງໄຫຼເຂົ້າໄປທ່ຽວຫຼາຍຂຶ້ນ ໂດຍສະເພາະຢູ່ຫາງໂຈວ ເຊິ່ງເປັນເມືອງທີ່ສວຍງາມ ມີທະເລສາບທີ່ຂຶ້ນຊື່ ຢູ່ບ່ອນນີ້ໆເອງ ທີ່ແຈັກມ່າໄດ້ເຝິກຝົນທັກສະພາສາອັງກິດຈົນຊ່ຽວຊານກວ່າໝູ່ເພື່ອນໃນລຸ້ນດຽວກັນ ເຂົາຂີ່ລົດຖີບເປັນເວລາ 45 ນາທີທຸກເຊົ້າເພື່ອໄປຍັງໂຮງແຮມທີ່ຢູ່ໃກ້ຄຽງແລະໂອ້ລົມກັບຊາວຕ່າງປະເທດ ໂດຍສະເຮັດໜ້າທີ່ເປັນຄົນພາທ່ຽວອ້ອມຮອບເມືອງຟຣີໆ ເພື່ອທີ່ຈະເຝິກຝົນແລະພັດທະນາທັກສະພາສາອັງກິດຂອງເຂົາ.

ຕໍ່ມາໃນໄວໜຸ່ມ ເຖິງແມ່ນວ່າຈະປະສົບຄວາມລົ້ມແຫຼວໃນການສອບເສັງເຂົ້າມະຫາວິທະຍາໄລເຖິງສອງເທື່ອ ແຕ່ແລ້ວເຂົາກໍໄດ້ເຂົ້າສຶກສາຕໍ່ທີ່ສະຖານບັນຄູຫາງໂຈວ (ມະຫາວິທະຍາໄລເຝິກຫັດຄູຫາງໂຈວ) ແລະສຳເລັດການສຶກສາໃນປີ 1988 ໃນລະດັບປະລິນຍາຕີພາສາອັງກິດ ໂດຍເມື່ອຕອນທີ່ຢູ່ໃນໂຮງຮຽນ ແຈັກມ່າຍັງໄດ້ຮັບເລືອກຕັ້ງເປັນປະທານນັກຮຽນ. ຫຼັງຈາກນັ້ນ ເຂົາກໍກາຍເປັນອາຈານຜູ້ສອນໃນວິຊາພາສາອັງກິດແລະການຄ້າລະຫວ່າງປະເທດທີ່ມະຫາວິທະຍາໄລຫາງໂຈວຕ້ຽນຈື່ ໃນການເປັນອາຈານນັ້ນ ແຈັກມ່າໄດ້ຊື່ວ່າເປັນອາຈານທີ່ບໍ່ສອນຕາມຕຳລາຫຼືລະບຽບວິທີສອນທົ່ວໄປ ບໍ່ເຄີຍແມ່ນແຕ່ຈະແຕ່ງບົດສອນຊ້ຳ ເຂົາມັກໃຊ້ວິທີສອນສົດໆ ແຕ່ນັ້ນກໍເຮັດໃຫ້ເຂົາກາຍເປັນຂວັນໃຈຂອງນັກສຶກສາເປັນຢ່າງຍິ່ງ ແຈັກມ່າເປັນອາຈານສອນຢູ່ 5 ປີ ຈຶ່ງລາອອກ ເນື່ອງຈາກເຂົາເຫັນວ່າສົມຄວນໄດ້ເວລາທີີ່ຕົນເອງຈະໄປເຮັດທຸລະກິດ.

m23321201-696x370

ວິໄສທັດຂອງແຈັກມ່າເລິ່ມຕົ້ນຈາກການທີ່ເຂົາໄປຢາມໝູ່ຢູ່ອາເມລິກາແລະເຂົາລອງໃຫ້ໝູ່ຄົ້ນຫາສິນຄ້າເປັນພາສາຈີນປາກົດວ່າບໍ່ພົບຜົນການຄົ້ນຫານັ້ນ ເຮັດໃຫ້ເຂົາໄດ້ຄົ້ນພົບຊ່ອງວ່າງທາງທຸລະກິດທີ່ມະຫາສານ ໃນປີ 1995 ເຂົາໄດ້ກໍ່ຕັ້ງບໍລິສັດໄຊນ່າເຢນໂລ່ເພຈເຈສ ເຊິ່ງເຊື່ອວ່ານ່າຈະເປັນບໍລິສັດອິນເຕີເນັດທຳອິດໃນປະເທດຈີນ ຫຼັງຈາກນັ້ນປີ 1999 ໄດ້ກໍ່ຕັ້ງບໍລິສັດ ອາລີບາບາ ດ້ວຍວິໄສທັດດ້ານອີຄອມເມີສ ຕໍ່ມາໄດ້ຂະຫຍາຍເປັນທຸລະກິດກ່ຽວຂ້ອງອອກໄປເລື້ອຍໆ ໜຶ່ງໃນນັ້ນທີ່ຫຼາຍຄົນຮູ້ຈັກດີກໍຄື Taobao.com ເຊິ່ງເປັນເວັບໄຊລັກສະນະທີ່ໃຫ້ຄົນທົ່ວໄປສາມາດເອົາເຄື່ອງມາປະກາດຂາຍໄດ້. ນອກຈາກນີ້ຍັງມີບໍລິສັດຍ່ອຍເດັ່ນໆ ເຊັ່ນ: Tmall, Aliexpress, Aplipay, Juhuasuan, 1688.com, eTao, Alibaba Cloud Computing

ສາເຫດທີ່ເຮັດໃຫ້ເຂົາປະສົບຜົນສຳເລັດ ກໍຍ້ອນຕະຫຼາດຜູ້ບໍລິໂພກຈີນທີ່ມີເອກະລັກສະເພາະໂຕນັ້ນເອງ ເຮັດໃຫ້ຫຼາຍບໍລິສັດຈາກຕ່າງປະເທດທີ່ເຂົ້າມາເຮັດທຸລະກິດຕ້ອງປັບໂຕຢ່າງໃຫຍ່ ຈົນເຖິງຂັ້ນຖອນໂຕກັບບ້ານກໍມີ ໂອກາດຈຶ່ງເປັນຂອງແຈັກມ່າ ເຂົ້າກັບທຳນອງທີ່ວ່າ “ຄົນຈີນ ເຂົ້າໃຈຄົນຈີນ” ຫຼາຍກວ່າ ໂດຍບໍລິສັດ ອາລີບາບາກຣຸບ ມີ 3 ເວັບ ຄື:
alibaba.com ທີ່ມີລັກສະນະທຸລະກິດແບບຂາຍສົ່ງລະຫວ່າງບໍລິສັດ ( B2B)
taobao.com ທີ່ມີລັກສະນະທຸລະກິດແບບຂາຍຍ່ອຍລະຫວ່າງລູກຄ້າ
tmall.com ທີ່ມີລັກສະນະທີ່ໃຫ້ແບຣນສິນຄ້າຕ່າງໆ ມາເປີດຮ້ານເທິງເວັບໄຊ

#ແຈັກມ່າ #ມະຫາເສດຖີ #ອີຄອມເມີສ #ອາລີບາບາ #ປະຫວັດແຈັກມ່າ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...