spot_img
Homeຂ່າວພາຍ​ໃນ3 ປະເທດ ຈະເພີ່ມມູນຄ່າການຄ້າ ແລະລົງທຶນໃນເຂດຊີແອລວີ

3 ປະເທດ ຈະເພີ່ມມູນຄ່າການຄ້າ ແລະລົງທຶນໃນເຂດຊີແອລວີ

Published on

ໃນວັນທີ 23 ພະຈິກ 2016 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ໄດ້ສໍາເລັດການນໍາພາ ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 9 ທີ່ສຽມລຽບ, ຣາຊະອານາຈັກ ກຳປູເຈຍຢ່າງຈົບງາມ.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງສົມເດັດອັກຄະມະຫາເສນາບໍດີ ເຕໂຊ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ຊຶ່ງມີທ່ານ ຫວງຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ດັ່ງກ່າວເຊັ່ນກັນ.

ໂອກາດດັ່ງກ່າວຜູ້ນໍາ 3 ປະເທດ ໄດ້ພ້ອມກັນປຶກສາຫາລື ແລະແລກປ່ຽນທັດສະນະນໍາກັນຢ່າງເປີດອົກ ເປີດໃຈກ່ຽວກັບການທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຂອງເຂດສາມຫຼ່ຽມພັດທະນາ ກໍຄືການຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນໍາ 3 ປະເທດຢູ່ໃນກອງປະຊຸມສຸດຍອດ ຄັ້ງທີ 8 ຜ່ານມາ ເມື່ອປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ເຮັດໃຫ້ເຂດສາມຫຼ່ຽມພັດທະນານີ້ ໄດ້ຮັບການພັດທະນາທຽບເທົ່າກັບຂົງເຂດອື່ນໆ ຂອງສາມປະເທດ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງຫຼວງຫຼາຍບໍ່ວ່າຈະເປັນຊັບພະຍາກອນທໍາມະຊາດ, ແມ່ນໍ້າ-ລໍາເຊ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາພະລັງງານ ແລະການທ່ອງທ່ຽວ.

ຜູ້ນຳ 3 ປະເທດໄດ້ຮັບຮອງ ແລະລົງນາມຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ຊຶ່ງເປັນນິມິດໝາຍສໍາຄັນອີກຄັ້ງໜຶ່ງ ເພື່ອສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ ຄຽງຄູ່ກັບການພັດ ທະນາເສດຖະກິດ-ສັງຄົມຮ່ວມກັນ ແນໃສ່ສ້າງວຽກເຮັດງານທໍາ, ຍົກລະດັບຊີ ວິດການເປັນຢູ່ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະໃຫ້ສາມາດຫຍັບເຂົ້າໃກ້ຈຸດປະສົງ ແລະເປົ້າໝາຍເບື້ອງຕົ້ນ ໃນການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

ຄຽງຄູ່ກັນນີ້, ໄດ້ມີການລົງນາມສັນຍາວ່າດ້ວຍການສົ່ງເສີມ ແລະອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ໃນເຂດສາມຫຼ່ຽມພັດທະນາ ຊຶ່ງຕາງໜ້າລັດຖະບານລາວແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ໂດຍສັນຍາດັ່ງກ່າວ ແມ່ນແນໃສ່ເພີ່ມທະວີມູນຄ່າການຄ້າ ແລະການລົງທຶນຢູ່ໃນເຂດດັ່ງກ່າວ ໂດຍຊຸກຍູ້ການສ້າງກິດຈະກໍາສົ່ງເສີມດ້ານການຄ້າຕ່າງໆ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນັກທຸລະກິດ, ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະການໄປມາຫາສູ່ກັນຂອງປະຊາຊົນ ພ້ອມດຽວກັນນີ້, ບັນດາຜູ້ນໍາ ຍັງໄດ້ຮັບຮອງເອົາໂຄງການບຸລິມະສິດ 15 ໂຄງການ.

ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້, ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະກອງປະຊຸມຄະນະກໍາມະການປະສານງານຮ່ວມຂອງເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ເພື່ອປຶກສາຫາລື ແລະກະກຽມບັນດາເອກະສານຕ່າງໆ ຂອງກອງປະຊຸມສຸດຍອດ.

ກອງປະຊຸມສຸດຍອດດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດ-ມິດຕະພາບ, ຄວາມສາມັກຄີ, ຄວາມເຂົ້າ ອົກເຂົ້າໃຈ ແລະການຮ່ວມມືແບບອ້າຍນ້ອງຂອງສາມຊາດທີ່ມີມູນເຊື້ອອັນດີ ງາມມາແຕ່ດົນນານ ແລະກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...