HomeມູມໄອທີລາວTech World Zone ເຜີຍ! ເຂົ້າ Facebook ຜ່ານບຣາວເຊີໃນ Android ປະຢັດແບັດ

Tech World Zone ເຜີຍ! ເຂົ້າ Facebook ຜ່ານບຣາວເຊີໃນ Android ປະຢັດແບັດ

Published on

ກວ່າ 3 ປີຂອງແອບພີເຄເຊີນລະບົບ iOS ທີ່ມີບັນຫາດ້ານຄວາມໄວການໃຊ້ງານ ແລະ ກິນພະລັງງານອຸປະກອນເກິນໄປຊຶ່ງປີທີ່ຜ່ານມາ Facebook ໄດ້ຈຳກັດບັນຫານັ້ນໃນການອັບເດດແອບພີເຄເຊິນຫຼ້າສຸດເທິງ iOS ໄປແລ້ວແຕ່ວັນນີ້ເບິ່ງຄືສະມາດໂຟນໃນລະບົບ Android ຈະມີບັນຫາເລື່ອງພະລັງງານແບັດເຕີຣີໃນອຸປະກອນຫຼຸດລົງຫຼາຍເກີນໄປເມື່ອໃຊ້ ແອບພີເຄເຊິນ Facebook ແລ້ວຄືກັນ.

   ບໍ່ດົນມານີ້ສຳນັກຂ່າວ Tech World Zone ທຳການທົດສອບແອບພີເຄເຊິນ Facebook ເທິງສະມາດໂຟນ Nexus 6P ຫຼັງຈາກທີ່ທຳການທົດສອບທັ້ງ 2 ແບບນັ້ນຄືມີແອບພີເຄເຊິນ Fa- cebook ກັບບໍ່ມີແອບພີເຄເຊິນ Facebook ເປັນເວລາດົນເຖິງ 1 ສັບປະດາທຳໃຫ້ຮູ້ຜົນວ່າ “ການເຂົ້າເຖິງ Facebook ແອບພີເຄເຊິນຈະກິນພະລັງງານແບັດເຕີຣີສະມາດໂຟນເຖິງ 20% ຕໍ່ 1 ວັນ”ແລະດ້ວຍບັນຫານີ້ເຟຊບຸກອອກມາຊີ້ແຈງວ່າເຮົາເຄີຍໄດ້ລາຍງານຈາກຄົນທີ່ປະສົບບັນຫາພຽງບໍ່ກີ່ຄົນໃນການໃຊ້ແອບພີເຄເຊິ່ນໃນລະບົບແອນດຣອຍ ຊຶ່ງທາງເຮົາກຳລັງກວດສອບ ແລະ ຈະແຈ້ງໃຫ້ທຸກຄົນຮູ້ເຖິງບັນຫາເປັນໄລຍະ.

ທັ້ງນີ້ຜູ້ໃຊ້ສະມາດໂຟນໃນລະບົບແອນດຣອຍທີ່ຕ້ອງການເຂົ້າເຖິງເຟສບຸກພ້ອມເກັນຮັກສາແບັດເຕີຣີສາມາດໃຊ້ງານໄດ້ຢາວນານຫຼາຍຂຶ້ນທາງ Tech World Zone ແນະນຳວ່າ ທ່ານສາມາດເຂົ້າເຖິງເຟສບຸກຜ່ານແວບໄຊເທິງສະມາດໂຟນໂດຍໃຊ້ບຣາວເຊີພາຍໃນອຸປະກອນແທນ.

ເຄຣດິດຈາກ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...