Homeຂ່າວການພັດທະນາລັດໃຊ້ເກືອບຮ້ອຍຕື້ກີບ ຍົກລະດັບທາງຄູກັ້ນນໍ້າ ແຕ່ຂົວມິດຕະພາບ 1 ຫາຂົວປາກງື່ມ

ລັດໃຊ້ເກືອບຮ້ອຍຕື້ກີບ ຍົກລະດັບທາງຄູກັ້ນນໍ້າ ແຕ່ຂົວມິດຕະພາບ 1 ຫາຂົວປາກງື່ມ

Published on

ລັດຖະບານຈະໃຊ້ທຶນເກືອບຮ້ອຍຕື້ກີບ ເຂົ້າໃນໂຄງການກໍ່ສ້າງຍົກລະດັບທາງຄູກັ້ນນ້ຳແຕ່ສົ້ນຂົວມິດຕະພາບ 1 ທ່ານາແລ້ງ ເມືອງຫາດຊາຍຟອງຫາບ້ານໝາກຮຽວ ເມືອງປາກງື່ມ ທາງເລກທີ 13 ໃຕ້, ທີ່ມີຄວາມຍາວ 32 ກິໂລແມັດ ຊຶ່ງເປັນຄູທີ່ລົດສາມາດແລ່ນໄດ້ດ້ວຍການປູຢາງອັດສະຟານ ທັງນີ້ກໍເພື່ອແນໃສ່ອຳນວຍຄວາມສະດວກແກ່ການສັນຈອນໄປ-ມາຂອງປະຊາຊົນທັງສອງເມືອງ.
ທ່ານ ບຸນມາ ເພັດມະນີວົງ ຜູ້ຈັດການໂຄງການ ບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ ແລະຊົນລະປະທານໃນ ນາມ ບໍລິສັດ ຮັບເໝົາກໍ່ສ້າງ ໃຫ້ສຳພາດວ່າ: ຜ່ານມາເຂດດັ່ງກ່າວແມ່ນມີຄູກັ້ນນ້ຳຢູ່ແລ້ວແຕ່ເນື່ອງຈາກມີການໃຊ້ງານມາໄດ້ຫຼາຍປີ ພ້ອມນີ້ປະຊາຊົນຍັງໃຊ້ເປັນເສັ້ນທາງລະຫວ່າງເມືອງຫາດຊາຍຟອງ ແລະເມືອງປາກງື່ມ ເພື່ອຂົນສົ່ງສິນຄ້າ, ການສັນຈອນໄປ-ມາຫາສູ່ເຊິ່ງກັນ ແລະກັນມາ

ເປັນເວລາດົນນານ, ແຕ່ເນື່ອງຈາກເສັ້ນທາງຄູກັ້ນນ້ຳດັ່ງກ່າວ ຍັງເປັນທາງດິນແດງທີ່ມີຄວາມກວ້າງ 7-8 ແມັດ ແລະມີລະດັບຕ່ຳພຽງກັບໜ້າດິນພໍເມື່ອເຖິງລະດູຝົນຈິ່ງເຮັດໃຫ້ນ້ຳໄຫຼ ຖ້ວມຄວບຄູ່ກັບທາງເສັ້ນນີ້ມີພາຫະນະແລ່ນຕະຫຼອດ ຈິ່ງເຮັດໃຫ້ເສັ້ນທາງດັ່ງກ່າວກາຍເປັນບວກຂຸມເວລາສັນຈອນ ກໍພົບຄວາມຫຍຸ້ງຍາກ, ສະນັ້ນກະຊວງກະສິກຳ ແລະປ່າໄມ້ ຈິ່ງໄດ້ມີແຜນຈະຍົກລະດັບ ແລະປັບປຸງຄູກັ້ນນ້ຳດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ ທີ່ສາມາດກາຍເປັນເສັ້ນທາງສັນຈອນໄປ-ມາສະດວກ ແລະເປັນທາງທີ່ ອຳນວຍຄວາມສະດວກໃຫ້ກັບການຂົນສົ່ງ, ແລກປ່ຽນສິນຄ້າລະຫວ່າງປະຊາຊົນທັງສອງເມືອງໃຫ້ນັບມື້ດີຂຶ້ນ.

ທ່ານຍັງໃຫ້ຮູ້ອີກວ່າ: ໂຄງການດັ່ງກ່າວນີ້ແມ່ນມີຄວາມຍາວທັງໝົດ 32 ກິໂລແມັດ, ທີ່ແບ່ງອອກເປັນ 2 ຊ່ວງ  ໂດຍແມ່ນບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ແລະຊົນລະປະທານ ກັບບໍລິສັດ ສຸກປະເສີດກໍ່ສ້າງຂົວທາງ, ເຄຫາ ແລະຊົນລະປະທານເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ເລີ່ມປະຕິບັດມາແຕ່ວັນທີ 4 ຕຸລາ 2016, ມີໄລຍະການກໍ່ສ້າງ 24 ເດືອນ ໃຫ້ສຳເລັດ ແລະເປັນທຶນກູ້ຢືມດອກເບ້ຍຕ່ຳຈາກ ທະນາຄານ ພັດທະນາອາຊີ (ADB) ໃນມູນ12 ລ້ານໂດລາ ຫຼື ປະມານ 96 ຕື້ກີບ, ສ່ວນຄວາມຄືບໜ້າຂອງໜ້າວຽກ ທັງໝົດໃນປະຈຸບັນໄດ້ເກືອບ 10%.

ສຳລັບແຜນການໃນຕໍ່ໜ້ານີ້ ພວກເຮົາກຳລັງເລັ່ງໃສ່ການປັບ ແລະຂະຫຍາຍໜ້າທາງ ຄູກັ້ນນ້ຳອອກຈາກຄວາມກວ້າງ 7-8 ແມັດ ມາເປັນ 10 ແມັດ, ອະນາໄມໜ້າທາງຄູກັ້ນນ້ຳ ແລະຄາດວ່າ ພາຍໃນເດືອນພະຈິກນີ້ແມ່ນຈະເລີ່ມຍົກລະດັບຊັ້ນທາງຂຶ້ນຕື່ມອີກຢ່າງໜ້ອຍ 50-80 ເຊັນຕື່ມ ເພື່ອໃຫ້ລະດັບໜ້າທາງຄູກັ້ນນ້ຳສູງຂຶ້ນກວ່າເກົ່າ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...