spot_img
Homeຂ່າວຕ່າງປະເທດໂດນັນ ທຣັມ ລະບຸ ຈະຖອນອາເມຣິກາ ອອກຈາກຂໍ້ຕົກລົງ TPP ໃນມື້ທຳອິດທີ່ເຮັດວຽກຢູ່ທຳນຽບຂາວ

ໂດນັນ ທຣັມ ລະບຸ ຈະຖອນອາເມຣິກາ ອອກຈາກຂໍ້ຕົກລົງ TPP ໃນມື້ທຳອິດທີ່ເຮັດວຽກຢູ່ທຳນຽບຂາວ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ​ທີ 22 ພະຈິກຜ່ານມານີ້ວ່າ ທ່ານ ໂດນັນ ທຣັມ ວ່າທີ່ປະທານາທິບໍດີ ສະຫະລັດອາເມຣິກາ ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງເມື່ອບໍ່ດົນມານີ້ ໄດ້ອອກມາປະກາດ​ຜ່ານຄລິບວີ​ດີ​ໂອຕອນ​ໜຶ່ງ​ ທີ່​ບັນທຶກກ່ຽວ​ກັບ​ບັນດາ​ວຽກ​ງານ ຊຶ່ງທ່ານ​ຈະ​ປະຕິບັດ​ໃນ​ມື້ທຳອິດຂອງການ​ເຮັດ​ວຽກ​​ຢູ່​ທຳນຽບຂາວ ໂດຍໃນ​ນັ້ນ ທ່ານໄດ້ລະບຸວ່າ ຈະປະກາດ​ໃຊ້ລັດຖະດຳ​ລັດ ຖອນສະຫະລັດອາເມຣິກາ ​ອອກຈາກ​ ຂໍ້ຕົກລົງຫຸ້ນສ່ວນຍຸດທະສາດດ້ານເສດຖະກິດ ອາຊີ-ປາຊີຟິກ (Trans-Pacific Strategic Economic Partnership Agreement) ຫລື TPP ເນື່ອງຈາກໃນເວລາໂຄສະນາຫາສຽງເລືອກຕັ້ງ ທ່ານ ທຣັມ ໄດ້ລະບຸວ່າ TPP ​ແມ່ນຂໍ້ຕົກ​ລົງບໍ່​ມີ​ຜົນ​ປະ​ໂຫຍ​ດ ແລະ ຈະບັງ​ຄັບປະ​ເທດອາ​ເມ​ຣິ​ກາ ດ້ວຍ​ການ​ນຳ​​ເອົາວຽກ​ເຮັດ​ງານ​ທຳ​ຂອງ​ຊາວອາ​ເມ​ຣິ​ກາ ​ໄປ​ຍັງ​ບັນດາ​ປະ​ເທດ​ມີ​ຄ່າ​ແຮງ​ງານ​ຖື​ກກ່ວາ.

ໃນ​ຄລິບ​ວີ​ດີ​ໂອດັ່ງກ່າວ, ທ່ານ ທຣັມ ຍັງໄດ້ກ່າວອີກວ່າ ຈະ​ສະ​ເໜີຫລຸດ​ຜ່ອນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະບານລົງ, ຊີ້ນ​ຳກະຊວງ​ແຮງ​ງານ ​ສືບສວນ​ບັນດາ​ກໍລະນີສວຍ​ໃຊ້​ໂຄງການ​ວິຊາ, ພ້ອມ​ທັງຍົກ​ເລີກ​​ຂໍ້ຈຳກັດ​ຈຳນວນ​ໜຶ່ງ ສຳລັບ​ການ​ຜະລິດ​ພະລັງງານ, ​ໃນ​ນັ້ນ ມີ​ການ​ຜະລິດນ້ຳມັນ, ອາຍ​ແກັສ ​ແລະ ຖ່ານ​ຫີນ ອີກດ້ວຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...