Homeຂ່າວຕ່າງປະເທດຊາຍໜຸ່ມຝຣັ່ງສຸດເຮັງ ພົບເຫັນຄຳມູນຄ່າ 3.5 ລ້ານຢູໂຣ ໃນເຮືອນຫຼັງເກົ່າ

ຊາຍໜຸ່ມຝຣັ່ງສຸດເຮັງ ພົບເຫັນຄຳມູນຄ່າ 3.5 ລ້ານຢູໂຣ ໃນເຮືອນຫຼັງເກົ່າ

Published on

ຊາຍໜຸ່ມຝຣັ່ງຄົນໜຶ່ງ ໄດ້ຮັບມໍລະດົກເປັນບ້ານ 1​ ຫຼັງຈາກພີ່ນ້ອງຂອງລາວ ທີ່ຫາກໍ່ເສຍຊີວິດໄປບໍ່ດົນມານີ້ ແຕ່ໂຊກດີກວ່າການໄດ້ເປັນເຈົ້າຂອງເຮືອນນັ້ນຄື ລາວໄດ້ພົບເຫັນຄຳຈຳນວນຫຼາຍ, ມີທັງຄຳເປັນຫຼຽນ ແລະຄຳເປັນແທ່ງ

ເຮືອນຫຼັງດັ່ງກ່າວ ຕັ້ງຢູ່ໃນແຄວ້ນນໍມັງດີ ປະເທດຝຣັ່ງ, ຊາຍຄົນດັ່ງກ່າວໃຫ້ສຳພາດກັບນັກຂ່າວ AFP ວ່າຊັບສົມບັດ ທີ່ລາວຄົ້ນພົບນັ້ນປະກອບດ້ວຍ ຫຼຽນຄຳ 5,000 ຫຼຽນ, ຄຳແທ່ງໜັກ 12 ກິໂລ ຈຳນວນ 2 ແທ່ງ ແລະຄຳແທ່ງນໍ້າໜັກ 1 ກິໂລ ອີກ 37 ແທ່ງ ລວມເປັນນໍ້າໜັກທັງໝົດ 100 ກິໂລ. ຄຳດັ່ງກ່າວນັ້ນ ຖືກເຊື່ອງໄວ້ຕາມເຟີນິເຈີຕ່າງໆ, ກ້ອງຜ້າເສື່ອ, ຫ້ອງນໍ້າ ເວົ້າໄດ້ວ່າ ຄຳໄດ້ກະແຈກກະຈາຍ ເຊື່ອງຢູ່ທຸກບ່ອນໃນບ້ານເລີຍ, ລວມມູນຄ່າຂອງຄຳ ທີ່ຖືກຄົ້ນພົບປະມານ 3.5 ລ້ານຢູໂຣ

ຄຳທັງໝົດ ຖືກຊື້ມາໃນຊ່ວງປີ 1950-1960 ເຊິ່ງຖືວ່າ ເປັນຄວາມໂຊກດີຂອງຊາຍໜຸ່ມຝຣັ່ງດັ່ງກ່າວ, ທີ່ໄດ້ພົບເຫັນໃນລະຫວ່າງມ້ຽນເຮືອນ, ນອກຈາກນັ້ນ ຍັງພົບເຫັນເອກະສານຢືນຢັນວ່າ ຄຳເຫຼົ່ານີ້ ເປັນຊັບສົມບັດຂອງພີນ້ອງຜູ້ທີ່ເສຍຊີວິດໄປແລ້ວນັ້ນ

ຂະນະນີ້ ຄຳດັ່ງກ່າວຖືກຂາຍໃຫ້ແກ່ຜູ້ຊື້ຕ່າງໆທັງໃນຝຣັ່ງ ແລະຕ່າງປະເທດ, ແຕ່ເບິ່ງແລ້ວ ຜູ້ທີ່ໂຊກດີແທ້ໆຂອງເລື່ອງນີ້ ໜ້າຈະແມ່ນລັດຖະບານຝຣັ່ງຫຼາຍກວ່າ ເພາະນອກຈາກຊາຍໜຸ່ມຄົນດັ່ງກ່າວ ຈະຕ້ອງຈ່າຍພາສີ ມູນມໍລະດົກມູນຄ່າເປັນ 45% ທີ່ລາວໄດ້ຮັບແລ້ວ, ລາວຍັງຕ້ອງໄດ້ຈ່າຍພາສີຄືນຫຼັງ 3 ປີ ໃຫ້ແກ່ລັດຖະບານອີກ, ເພາະວ່າພີ່ນ້ອງຜູ້ທີ່ເສຍຊີວິດໄປແລ້ວນັ້ນ ບໍ່ໄດ້ເຮັດພິໄນກຳໄວ້ວ່າ ຈະຍົກຄຳດັ່ງກ່າວນັ້ນໃຫ້ໃຜ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...