Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ໃນທີ 22 ພະຈິກ 2016

ສະຫຼຸບການຊື້-ຂາຍຮຸ້ນ ໃນທີ 22 ພະຈິກ 2016

Published on

ໃນວັນອັງຄານຜ່ານມາ, ຕະຫຼາດຫຼັກຊັບລາວ ໄດ້ລາຍງານການຊື້-ຂາຍ ຄັ້ງໃຫຍ່ດ້ວຍປະລິມານ 8,924,800 ຮຸ້ນ, ເປັນມູນຄ່າຫຼາຍກວ່າ 44,445 ລ້ານກີບ. ຂະນະທີ່ ດັດຊະນີເພີ່ມຂຶ້ນ 1.64 ປິດທີ່ 1,015.48 ຈຸດ, ພາຍຫຼັງທີ່ງຽບເຫງົາມາເປັນເວລາດົນ, ຮຸ້ນ EDL-Gen ໄດ້ສ້າງຄວາມຕື່ນເຕັ້ນ ໃຫ້ແກ່ຕະຫຼາດຮອບໃໝ່ ໂດຍມີຈໍານວນການຊື້-ຂາຍ 8,922,200 ຮຸ້ນ, ເຊິ່ງຮຸ້ນພະລັງງານໄຟຟ້າເພີ່ມຂຶ້ນ 100 ກີບ ປິດທີ່ 5,000 ກີບ, ຕາມດ້ວຍຮຸ້ນ BCEL ແລະ PTL ປະກອບສ່ວນໃນຕະຫຼາດດ້ວຍປະລິມານ 2,200 ແລະ 400 ຮຸ້ນ, ປິດທີ່ 5,150 ກີບ, 2,500 ກີບຕາມລຳດັບ, ເຖິງແນວໃດກໍຕາມ ຮຸ້ນ LWPC ແລະ SVN ແມ່ນບໍ່ມີການຊື້-ຂາຍ ແລະປິດໃນລາຄາບໍ່ປ່ຽນແປງ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...