Homeນານາສາລະ“ນິ້ວກ້ອຍ” ສາມາດບົ່ງບອກເຖິງຕົວຕົນຂອງເຈົ້າໄດ້

“ນິ້ວກ້ອຍ” ສາມາດບົ່ງບອກເຖິງຕົວຕົນຂອງເຈົ້າໄດ້

Published on

ເຈົ້າເຄີຍສັງເກດເບິ່ງ “ນິ້ວກ້ອຍ” ຂອງເຈົ້າບໍ? ຫາກເຄີຍ ເຈົ້າຮູ້ບໍວ່າ “ນິ້ວກ້ອຍ” ສາມາດສື່ເຖິງຕົວຕົນຂອງເຈົ້າໄດ້ ຈະຖືກຂະໜາດໃດຕ້ອງມາເບິ່ງນຳກັນ, ສຳລັບຜູ້ຍິງ ໃຫ້ເບິ່ງເບື້ອງຊ້າຍ, ຜູ້ຊາຍ ໃຫ້ເບິ່ງເບື້ອງຂວາ ແລ້ວຂີດເສັ້ນແບ່ງຂໍ້ຕໍ່ ແຕ່ລະຂໍ້ເທິງນິ້ວກ້ອຍ ຈະໄດ້ທັງໝົດ 3 ຂໍ້

ສ່ວນທີ່່ຍາວທີ່ສຸດ ຄືສ່ວນທີ່ບົ່ງບອກໃຫ້ເຖິງຈຸດເດັ່ນຂອງເຈົ້າ

  • ຂໍ້ເທິງຍາວທີ່ສຸດ: ເຈົ້າເປັນຄົນເວົ້າຈາຊັດເຈນ ທັງສຽງ ແລະກິລິຍາທ່າທາງ ຈຶ່ງມີພອນສະຫວັນ ໃນການເວົ້າຈາດຶງດູດຈິດໃຈຄົນ, ນອກຈາກນີ້ ຍັງເປັນຄົນຊ່າງສັງເກດ ແລະມີຄວາມຮອບຄອບຫຼາຍ
  • ຂໍ້ກາງຍາວທີ່ສຸດ: ເຈົ້າເປັນຄົນທີ່ໃຫ້ຄວາມໃສ່ໃຈຕໍ່ກັບຄົນອື່ນ ແລະຄວາອົດທົນສູງທີ່ສຸດ, ລັກສະນະນີ້ ສ່ວນຫຼາຍມັກພົບເຫັນໃນບຸກຄົນທີ່ຢູ່ໃນວົງການແພດໝໍ
  • ຂໍ້ລຸ່ມຍາວທີ່ສຸດ: ເຈົ້າເປັນຄົນມັກອິດສະລະ, ບໍ່ມັກໃຫ້ໃຜຄວບຄຸມ, ເປັນຄົນເວົ້າຈາເປີດເຜີຍ, ກົງໄປກົງມາ, ກ້າເວົ້າກ້າວ່າ, ເປັນຄົນມີເຫດຜົນ ແລະເກັ່ງເລື່ອງຖຽງກັບຄົນອື່ນ

ສ່ວນທີ່ສັ້ນທີ່ສຸດ ຄືສ່ວນທີ່ບົ່ງບອກເຖິງຈຸດອ່ອນຂອງເຈົ້າ

  • ຂໍ້ເທິງສັ້ນທີ່ສຸດ: ເຈົ້າເປັນຄົນບໍ່ກ້າສະແດງອອກ, ເປັນຄົນຂີ້ອາຍຫຼາຍ, ດັ່ງນັ້ນ ຈຶ່ງສົ່ງຜົນໃຫ້ເຈົ້າບໍ່ມີມະນຸດສຳພັນກັບຄົນອ້ອມຂ້າງຫຼາຍປານໃດ
  • ຂໍ້ກາງສັ້ນທີ່ສຸດ: ເຈົ້າເປັນຄົນທີ່ຊື່ສັດ, ມີຄວາມຍຸຕິທຳ, ມີຄວາມໝັ້ນຄົງ, ບໍ່ມີປະນີປະນອມ ມີຄວາມກົງປານໄມ້ບັນທັດ, ການເຄັ່ງຫຼາຍກໍບໍ່ດີ ເພາະອາດສົ່ງຜົນເສຍກັບເຈົ້າໄດ້
  • ຂໍ້ກາງສັ້ນທີ່ສຸດ: ເຈົ້າເປັນຄົນຊື່ໆ ງ່າຍໆ ບໍ່ມີເລ່ລ່ຽມ, ບໍ່ມີມານຍາ ເຊື່ອຄົນງ່າຍ ຈົນບາງຄັ້ງອາດຖືກຫຼອກ ຫຼືຖືກໂກງໄດ້ງ່າຍ ດ້ວຍການໄຮ້ດຽງສາຂອງເຈົ້າເອງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...