Homeນານາສາລະໝາກເຟືອງ ສາມາດຄວບຄຸມນໍ້າຕານໃນເລືອດ ແລະຫຼຸດຫຸ່ນໄດ້ດີ

ໝາກເຟືອງ ສາມາດຄວບຄຸມນໍ້າຕານໃນເລືອດ ແລະຫຼຸດຫຸ່ນໄດ້ດີ

Published on

ໝາກເຟືອງມີວິຕາມິນຊີຫຼາຍ, ຊ່ວຍບັນເທົາເລືອດອກຕາມແຂ້ວ, ໝາກເຟືອງມີປະລິມານພະລັງງານ, ນໍ້າຕານ ແລະເກືອຕໍ່າ ເໝາະແກ່ການກິນເພື່ອຄວບຄຸມນໍ້າໜັກ, ຄວບຄຸມນໍ້າຕານໃນເລືອດ ຫຼືຫຼຸດຫຸ່ນໄດ້, ໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ ຊຳລະລ້າງຜິວ ແລະປ້ອງກັນການເກີດສິວໄດ້

ສັບພະຄຸນທາງຢາສະໝຸນໄພ

  • ໝາກເຟືອງຫຼຸດການກະຫາຍ, ຫຼຸດການຮ້ອນໃນ, ຫຼຸດຄວາມຮ້ອນພາຍໃນກາຍ, ບັນເທົາອາການຂອງໜິ້ວໃນທາງເດີນປັດສະວະ, ຂັບຂີ້ກະເທິ, ກຳຈັດລັງແຄ, ບຳລຸງເສັ້ນຜົມ, ຊ່ວຍໃຫ້ເລືອດແຂງໂຕງ່າຍ, ຊ່ວຍນອນຫຼັບສະບາຍ ແລະບັນເທົາອາການເລືອດອອກຕາມແຂ້ວ
  • ໃບ ແລະຮາກ ໃຊ້ເປັນຢາບັນເທົາພິດຮ້ອນ ແລະຫຼຸດໄຂ້
  • ໃບສຸກໃຊ້ຕຳ ພອກຕຸ່ມໝາກສຸກໝາກໃສ ແລະຂີ້ກ້ຽນ
  • ໃຊ້ຕົ້ມອາບຫຼຸດຕຸ່ມຄັນ
  • ໃບອ່ອນ ແລະຮາກໝາກພ້າວ, ປະສົມກັນຕົ້ມ ແກ້ໄຂ້ຫວັດໃຫຍ່
  • ແກ່ນ ແລະຮາກ ຕົ້ມກິນແກ້ເຈັບທ້ອງ, ແກ້ເສັ້ນເອັນອັກເສບ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...