Homeນານາສາລະຜົນເສຍ ຂອງການເປີດແອປັບອາກາດ ໃນເວລານອນ

ຜົນເສຍ ຂອງການເປີດແອປັບອາກາດ ໃນເວລານອນ

Published on

ການເປີດແອປັບອາກາດ ຈະເຮັດໃຫ້ເຮົາຮູ້ສຶກເຢັນສະບາຍ, ບໍ່ຮ້ອນ, ແຕ່ທ່ານຮູ້ບໍວ່າ ນອກຈາກຈະເຮັດໃຫ້ເປືອງໄຟແລ້ວ ການເປີດແອປັບອາກາດໝົດມື້, ໝົດຄືນ ຈະມີຜົນເສຍຕໍ່ສຸຂະພາບ ແລະການເປີດແອປັບອາກາດກໍມີຜົນເສຍດັ່ງນີ້

  1. ການໃຊ້ແອປັບອາກາດຕະຫຼອດເວລາ ຈະເຮັດໃຫ້ອາກາດໃນຫ້ອງຖ່າຍເທບໍ່ສະດວກ, ຖ້າຫາກມີການປິດມ່ານກັນແສງເຂົ້າຫ້ອງອີກ, ອາດກາຍເປັນແຫຼ່ງຂອງເຊື້ອລາ ຫຼືຝຸ່ນ, ຕາມຜ້າເຊັດຕີນ, ຜ້າຂົນໜູ, ບ່ອນນອນ,ຜ້າຫົ່ມ ຫາກເບິ່ງແຍງຄວາມບໍ່ສະອາດພຽງພໍ
  2. ຫາກປັບອາກາດໃຫ້ເຢັນທັນທີ ແລະແອເຢັນຢ່າງໄວ ຈະເຮັດໃຫ້ຫຼອດເລືອດໃນຮ່າງກາຍອາດປັບໂຕໄວເກີນໄປ ຈົນເຮັດໃຫ້ເກີດອາການເຈັບຫົວ
  3. ອາກາດເຢັນຈາກແອ ເຮັດໃຫ້ຜິວແຫ້ງ, ດັງແຫ້ງ, ຕາແຫ້ງ, ຫາກໃຜຜິວແຫ້ງຫຼາຍ ອາດເກີດອາການຄັນຕາມຜິວໜັງໄດ້
  4. ຫາກບໍ່ທຳຄວາມສະອາດແອປັບອາກາດໃຫ້ດີ ອາດເປັນສາເຫດຂອງພະຍາດທາງເດີນຫາຍໃຈຕ່າງໆ, ເຮັດໃຫ້ພູມຕ້ານທານຕໍ່າລົງ ຈົນເຮັດໃຫ້ເປັນຫວັດ, ເຈັບຄໍໄດ້ ເພາະບໍລິເວນເຊວໃນດັງ, ຄໍ, ຫຼອດລົມ ແຫ້ງເກີນໄປ ບໍ່ມີເມືອກທີ່ຄອຍຖ້າດັກຈັບຝຸ່ນ ຫຼືເຊື້ອພະຍາດ ຈຶ່ງເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...