Homeຂ່າວເຫດການບໍລິສັດ ສາມາດ ອິນດີ້ ໄດ້ຍື່ນຈົດທະບຽນກາໝາຍງານ Vangvieng Music Fest ແລ້ວ

ບໍລິສັດ ສາມາດ ອິນດີ້ ໄດ້ຍື່ນຈົດທະບຽນກາໝາຍງານ Vangvieng Music Fest ແລ້ວ

Published on

ບໍລິສັດສາມາດ ອິນດີ້ ໄດ້ຍື່ນຈົດທະບຽນກາຫມາຍງານ Vangvieng Music Fest ແລ້ວ, ແຕ່ບໍ່ໄດ້ຈົດມາເພື່ອ ເອົາຊະນະຝ່າຍໃດ ຝ່າຍຫນຶ່ງ ແຕ່ຈຸດປະສົງແມ່ນເພື່ອຕ້ອງການອະທິບາຍໃຫ້ມວນຊົນໄດ້ຮູ້ວ່າ ການຈົດທະບຽນກາຫມາຍງານ ເປັນພຽງການຄຸ້ນຄອງຮູບແບບກາຫມາຍນັ້ນໆ ເພຶ່ອໄວ້ບໍ່ໃຫ້ໃຜ copy
ບໍ່ໄດ້ຫມາຍເຖິງ ການຈົດທະບຽນກາຫມາຍແລ້ວຈະເປັນເຈົ້າຂອງຊື່ງານ ວັງວຽງ ໄດ້ໂລດ

%e0%ba%a7%e0%ba%b1%e0%ba%87%e0%ba%8d%e0%ba%87%e0%ba%87%e0%ba%87%e0%ba%87%e0%ba%87%e0%ba%a7
ພ້ອມດຽວກັນນີ້ກໍຢາກໃຫ້ທຸກຄົນເຂົ້າໃຈວ່າ ເຄື່ອງໝາຍທີ່ເປັນຄຳຫຍໍ້ ຫຼືຊື່ເຕັມຂອງຕົວເມືອງ ເທດສະບານ ແລະ ແຂວງ ນະຄອນ ຂອງ ສປປ ລາວ ແລະຂອງຕ່າງປະເທດແມ່ນ ບໍ່ສາມາດຈົດເປັນເຄື່ອງໝາຍການຄ້າໄດ້ (ບາງກໍລະນີ ອະນຸຍາດແມ່ນໄດ້ຮັບຄວາມເຫັນດີ ຈາກພາກອົງການຈັດຕັ້ງລັດຖະບານ) ແຕ່ແນ່ນອນ ເຄື່ອງໝາຍ vangvieng music fest ຄືເຄື່ອງໝາຍຂອງງານດົນຕີ ຂອງບໍລິສັດພວກເຮົາທີ່ຈະຈັດຂຶ້ນໃນຄັ້ງນີ້ ແລະ ຄັ້ງຕໍ່ໆໄປ ແມ່ນຈະຕ້ອງໄດ້ຮັບການປົກປ້ອງ.
ສ່ວນການຈັດງານດົນຕີ ບໍ່ວ່າໃນຮູບແບບໃດ ຕ້ອງໄດ້ຮັບອານຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ ພາກສ່ວນຖະແຫຼງຂ່າວແລະວັດທະນະທຳ ກະຊວງ, ແຂວງ, ເມືອງ ແລະ ເຈົ້າໜ້າທີ່ ປກສ ຊຶ່ງງານ vangvieng music fest ຂອງພວກເຮົາແມ່ນໄດ້ຮັບອະນຸຍາດເປັນທີ່ຮຽບຮ້ອຍແລ້ວ

ຂ່າວ: VangVieng Music Fest ວັງວຽງ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...