Homeຂ່າວການພັດທະນາປະທານສະຫະພັນກາແດງສາກົນ ຢ້ຽມຢາມລາວ ພ້ອມຈະເພີ່ມທະວີຊ່ວຍເຫລືອລາວຫລາຍຂຶ້ນ

ປະທານສະຫະພັນກາແດງສາກົນ ຢ້ຽມຢາມລາວ ພ້ອມຈະເພີ່ມທະວີຊ່ວຍເຫລືອລາວຫລາຍຂຶ້ນ

Published on

ໃນວັນທີ 21 ພະຈິກນີ້, ຄະນະຜູ້ແທນຂັ້ນສູງຂອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ນຳໂດຍ ທ່ານ ຄາດາເຕຣູ ໂຄໂນ້ (Kadateru Konoe) ປະທານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ທັງເປັນປະທານອົງການກາແດງຍີ່ປຸ່ນ, ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ, ຊຶ່ງການຢ້ຽມຢາມຄັ້ງນີ້ ໄດ້ພົບປະກັບອົງການກາ ແດງລາວ, ໂດຍການຕ້ອນຮັບຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການແດງລາວ, ຊຶ່ງທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານມະນຸດສະທຳ, ພ້ອມທັງປຶກສາຫາລືບາງວຽກງານຄື: ວຽກງານຊ່ວຍເຫລືອບັນເທົາທຸກ, ລະບົບສາງ ແລະ ການຂົນສົ່ງ, ປະຖົມພະຍາບານ, ຊ່ວຍເຫລືອອຸປະຕິໄພຕ່າງໆ, ວຽກງານເລືອດ ແລະ ວຽກງານລະດົມຂົນຂວາຍແຫລ່ງທຶນ ເພື່ອໃຫ້ບໍລິການປະຊາຊົນບັນດາເຜົ່າ ໄດ້ທົ່ວເຖິງ ແລະ ສອດຄ່ອງກັບຈິດໃຈມະນຸດສະທຳຕາມ 7 ຫລັກການຂອງຂະບວນການກາແດງສາກົນ.

ປະທານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ຍັງຈະໄດ້ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງຂອງປະເທດ ເພື່ອຫາລືເຖິງວຽກງານມະນຸດສະທຳ ແລະ ການຊ່ວຍເຫລືອສະໜັບສະໜູນຂອງຕົນຕໍ່ ສປປ ລາວ. ຫລັງຈາກນັ້ນ ກໍຈະໄດ້ສືບຕໍ່ຢ້ຽມຢາມອົງການກາແດງແຂວງຫລວງພະບາງ, ພ້ອມທັງສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອປະຊາຊົນຜູ້ດ້ອຍໂອກາດອື່ນໆອີກ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...