spot_img
Homeຂ່າວການພັດທະນາເພີ່ມທະວີຄຸ້ມຄອງປ້າຍໂຄສະນາ ໃນນະຄອນຫຼວງວຽງຈັນ

ເພີ່ມທະວີຄຸ້ມຄອງປ້າຍໂຄສະນາ ໃນນະຄອນຫຼວງວຽງຈັນ

Published on

ປັດຈຸບັນ ສະພາບການນຳໃຊ້ສື່ໂຄສະນາປະຊາສຳພັນດ້ວຍປ້າຍປະເພດຕ່າງໆ ຢູ່ນະຄອນຫລວງວຽງຈັນ ນັບມື້ມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ, ເຊິ່ງລັດຖະບາດໄດ້ອອກດຳລັດວ່າດ້ວຍປ້າຍ ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ,, ກວດກາ ການດຳເນີນຈິດຈະການກ່ຽວກັບປ້າຍ ເພື່ອໃຫ້ມີລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ ແນໃສ່ເຮັດໃກ້ການດຳເນີນກິດຈະການດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບໃນທົ່ວປະເທດ.
ພິທີຖະແຫລງຂ່າວກ່ຽວກັບການຄຸ້ມຄອງປ້າຍໂຄສະນາດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 22 ພະຈິກ 2016 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ຖວທ) ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ນະຄອນຫລວງວຽງຈັນ ມີປ້າຍໂຄສະນາ 215 ປ້າຍ ທີ່ພະແນກ ຖວທ ນະຄອນຫລວງ ເປັນຜູ້ອອກອະນຸຍາດ ນອກນັ້ນ, ຍັງມີຫ້ອງການ ຖວທ ປະຈຳແຕ່ລະເມືອງ ເປັນຜູ້ອອກອະນຸຍາດ ເຊັ່ນ: ເມືອງສີສັດຕະນາກ ມີຈຳນວນ 156 ປ້າຍ, ເມືອງຈັນທະບູລີ 263 ປ້າຍ, ເມືອງໄຊເສດຖາ 55 ປ້າຍ, ເມືອງໄຊທານີ 50 ກວ່າປ້າຍ, ເມືອງຫາດຊາຍຟອງ 46 ປ້າຍ, ເມືອງສີໂຄດຕະບອງ 62 ປ້າຍ, ເມືອງນາຊາຍທອງ 98 ປ້າຍ; ເຊິ່ງຍັງບໍ່ລວມ ທັງປ້າຍທີ່ບໍ່ໄດ້ຜ່ານການກວດກາທາງດ້ານເນື້ອໃນ ຈຶ່ງເຮັດໃຫ້ມີບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ເພື່ອຫລີກລ້ຽງບັນຫາດັ່ງກ່າວ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ ຈຶ່ງມີຂໍ້ຕົກລົງແຕ່ງຕັ້ງໜ່ວຍງານຮັບຜິດຊອບປ້າຍໂຄສະນາຂຶ້ນ ເພື່ອຄວາມໂປ່ງໃສ, ຄວາມເປັນລະບຽບຮຽບຮ້ອຍ, ສາມາດກວດກາໄດ້ ແລະ ໃຫ້ຖືກຕ້ອງຕາມລະບຽບການຄຸ້ມຄອງປ້າຍໂຄສະນາ ທີ່ພັກ-ລັດ ວາງອອກ.
ທ່ານ ຄຳປະດິດ ເຂັມມານິດ ໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ລົງຕິດຕາມກວດກາ ແລະ ເກັບກຳສະຖິຕິດ້ານປ້າຍ ໃນນະຄອນຫລວງວຽງຈັນ ໃຫ້ມີຄວາມລະອຽດຈະແຈ້ງ, ເຜີຍແຜ່ດຳລັດວ່າດ້ວຍປ້າຍ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ໂດຍສະເພາະບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຜະລິດປ້າຍໂຄສະນາ ໃຫ້ປະຕິບັດຕາມລະບຽບຫລັກການຢ່າງເຂັ້ມງວດ, ເພີ່ມທະວີປະສານສົມທົບ ເປັນຕົ້ນແມ່ນ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ, ກະຊວງ ຖວທ ແລະ ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 9 ຕົວເມືອງ ຮ່ວມກັນກວດກາບັນດາປ້າຍຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ປະຕິບັດເກັບລາຍຮັບໃນການອະນຸຍາດດ້ວຍປ້າຍໂຄສະນາ ເຂົ້າງົບປະມານຂອງລັດໃຫ້ເພີ່ມຂຶ້ນ, ເຮັດໃຫ້ຊ່ອງວ່າງໃນການເຮັດຜິດລະບຽບຂອງນັກທຸລະກິດຫລຸດລົງ ແລະ ສືບຕໍ່ປະຕິບັດລະບຽບ ແລະ ແນວທາງທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...