Homeສຸຂະພາບ ແລະ ສີ່ງແວດລ້ອມ10 ຂໍ້ທີ່ຜູ້ຍິງຄວນຮູ້ ລະຫວ່າງເປັນປະຈໍາເດືອນ ຫ້າມເຮັດເດັດຂາດ

10 ຂໍ້ທີ່ຜູ້ຍິງຄວນຮູ້ ລະຫວ່າງເປັນປະຈໍາເດືອນ ຫ້າມເຮັດເດັດຂາດ

Published on

 

  1. ພະຍາຍາມຢ່າສະຜົມ: ຖ້າຈໍາເປັນຕ້ອງສະແທ້ໆ ຕ້ອງເປົ່າໃຫ້ແຫ້ງທັນທີ.
  2. ຕ້ອງເຮັດໃຫ້ຮ່າງກາຍອົບອຸ່ນ: ເວລາຢູ່ໃນຫ້ອງແອຢ່າລືມໃສ່ເສື້ອແຂນຍາວ.
  3. ຢ່າດື່ມນໍ້າເຢັນ: ເຄື່ອງດື່ມເຢັນໆຈະເຮັດໃຫ້ປະຈໍາເດືອນບໍ່ສາມາດໄຫຼອອກມາໄດ້ຢ່າງສະດວກ.
  4. ສາມາດກິນຫວານໄດ້: ແຕ່ຕ້ອງໃນປະລິມານທີ່ເໝາະສົມ ບໍ່ດັ່ງນັ້ນຈະເຮັດໃຫ້ຕຸ້ຍ ແລະເປັນອັນຕະລາຍຕໍ່ຮ່າງກາຍ.
  5. ຢ່າເຮັດວຽກໜັກ: ການທີ່ເຮັດວຽກໜັກໃນຊ່ວງເປັນປະຈໍາເດືອນ ຈະເຮັດໃຫ້ໄລຍະເວລາທີ່ມີປະຈໍາເດືອນຫຼາຍມື້ຂຶ້ນ ແລະເສຍເລືອດຫຼາຍ.
  6. ຢ່າອາລົມຂຶ້ນໆລົງໆຫຼາຍເກີນໄປ: ຊ່ວງທີ່ເປັນປະຈໍາເດືອນມັກຈະອາລົມບໍ່ປົກກະຕິ ແຕ່ຢ່າເອົາມາເປັນຂໍ້ອ້າງໃນການງຸດງິດໃຈຮ້າຍ ເພາະມັນບໍ່ດີຕໍ່ສຸຂະພາບ.
  7. ຢ່າແຊ່ນໍ້າ: ມັນເປັນສາເຫດຂອງການຕິດເຊື້ອ.
  8. ຕ້ອງເບິ່ງແຍງຜິວໜ້າໃຫ້ດີໆ: ຊ່ວງນັ້ນຂອງເດືອນເປັນຊ່ວງທີຮູຂຸມຂົນຂະຫຍາຍ ຕ້ອງທໍາຄວາມສະອາດດີໆ ຖ້າບໍ່ດັ່ງນັ້ນຈະເກີດມີສິວ.
  9. ແຊ່ຕີນໃນນໍ້າອຸ່ນ: ຫຼາຍໆຄົນມີອາການເຈັບແອວໃນຊ່ວງທີ່ເປັນປະຈໍາເດືອນ ບໍ່ຕ້ອງບິດແອວແບບມົ້ວໆ ພຽງແຕ່ແຊ່ຕີນໃນນໍ້າອຸ່ນ ເຮັດໃຫ້ລະບົບໝູນວຽນຂອງເລືອດທໍາງານດີຂຶ້ນ ອາການເຈັບແອວກໍຈະຫຼຸດລົງ.
  10. ເບິ່ງແຍງຊ່ອງຄອດໃຫ້ສະອາດ: ການຕິດເຊື້ອແບກທີເຣຍຈະເປັນສາເຫດຂອງພະຍາດທໍ່ປັດສະວະອັກເສບ ເພາະສະນັ້ນຕ້ອງເບິ່ງແຍງ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...