Homeສຸຂະພາບ ແລະ ສີ່ງແວດລ້ອມສູດລ້າງອາຈົມຕົກຄ້າງໃນລໍາໄສ້

ສູດລ້າງອາຈົມຕົກຄ້າງໃນລໍາໄສ້

Published on

ອາຈົມຕົກຄ້າງ ເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ: ຍໍ້າອາຫານບໍ່ລະອຽດ, ກິນອາຫານທີ່ມີກາກໃຍນ້ອຍ, ມີເຊື້ອລາ ເຮັດໃຫ້ລະບົບຍ່ອຍອາຫານຜິດປົກກະຕິ ຫຼືລະບົບດູດຊຶມເຊື່ອມສະມັດຕະພາບ ເພາະນໍ້າມັນເຄືອບເຮັດໃຫ້ນໍ້າດື່ມເຂົ້າໄປບໍ່ໝຸນວຽນ.

ສູດທີ1: ໂຢເກີດ+ນົມສົດ+ນໍ້າເຜີ້ງ+ໝາກນາວ ປະສົມໂຢສູດທໍາມະຊາດ 1 ຖ້ວຍ, ນົມສົດສົດຈືດ 100% 1 ກ໋ອງ, ນໍ້າເຜີ້ງ 1 ບ່ວງ ແລະນໍ້າໝາກນາວເຄິ່ງໜ່ວຍ ຄົນໃຫ້ເຂົ້າກັນແລ້ວດື່ມທັນທີ ຫ້າມປະໄວ້ ຖ້າດື່ມກ່ອນ 7 ໂມງເຊົ້າຈະດີຫຼາກ ສູດນີ້ຊ່ວຍກະຕຸ້ນລໍາໄສ້ທໍາງານໄດ້ດີ.

ສູດທີ2: ນົມສົດ+ໝາກກ້ວຍນໍ້າ ໃສ່ນົມສົດ 2 ກ໋ອງ ( ລວມປະມານ 500 ມິນລີລິດ ) ກິນພ້ອມກັບໝາກກ້ວຍນໍ້າ 2 ໜ່ວຍ ຫຼືຈະເອົາໄປປັ່ນລວມກັນແລ້ວດື່ມກໍໄດ້ ດື່ມຕອນທ້ອງຫວ່າງຫຼັງຕື່ນນອນ ດື່ມກ່ອນ 6 ໂມງເຊົ້າໄດ້ຍິ່ງດີ ເພາະຈະໄດ້ຖ່າຍກ່ອນ 7 ໂມງເຊົ້າ ສູດນີ້ກໍໄປກະຕຸ້ນໃຫ້ຖ່າຍອອກມາ ແນະນໍາໃຫ້ເຮັດຕິດຕໍ່ກັນ 3 ວັນຈະຊ່ວຍເຮັດໃຫ້ເຮົາຂັບຖ່າຍເປັນເວລາ.

ສູດທີ3: ນໍ້າທໍາມະດາ+ແກ່ນຜັກອີ່ຕູ່ ກຽມນໍ້າຮ້ອນ 1 ຈອກ ໃສ່ແກ່ນຜັກອີ່ຕູ່ລົງໄປ 2 ບ່ວງ ຖ້າ 30 ນາທີ ໃຫ້ແກ່ນດັ່ງກ່າວໃຫຍຂຶ້ນກ່ອນແລ້ວຈຶ່ງດື່ມ ສູດນີ້ແນະນໍາໃຫ້ດື່ມກ່ອນນອນ ແກ່ນຜັກອີ່ຕູ່ຈະມີໃຍອາຫານສູງ ແລະມີສັບພະຄຸນເປັນຢາລະບາຍອ່ອນໆ ຈຶ່ງຊ່ວຍໃນການລາກອາຈົມທີ່ຕົກຄ້າງຢູ່ໃນກະເພາະອາຫານອອກມາໄດ້ຢ່າງດີ.

ສູດທີ4: ນໍ້າທໍາມະດາ 1 ລິດ+ໝາກນາວ 2 ໜ່ວຍ+ເກືອ 2 ບ່ວງຊາ ສູດນີ້ແນະນໍາໃຫ້ເຮັດກິນມື້ພັກຜ່ອນ ເພາະມັນຈະຖ່າຍບໍ່ເປັນເວລາ ກຽມນໍ້າທໍາມະດາ 1 ລິດບີບນໍ້າໝາກນາວ 2 ໜ່ວຍ ແລ້ວຕາມດ້ວຍເກືອ 2 ບ່ວງຊາ ຄົນໃຫ້ເຂົ້າກັນ ພະຍາຍາມດື່ມໃຫ້ໝົດພາຍໃນ 10-20 ນາທີ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...