Homeນານາສາລະ5 ວິທີຂັບລົດທາງໄກ ບໍ່ໃຫ້ຢາກນອນ ເພື່ອປ້ອງກັນອຸປະຕິເຫດ

5 ວິທີຂັບລົດທາງໄກ ບໍ່ໃຫ້ຢາກນອນ ເພື່ອປ້ອງກັນອຸປະຕິເຫດ

Published on

ເວລາຂັບລົດໄປທາງໄກ ເຮັດໃຫ້ຫຼາຍຄົນມີຄວາມອິດເມື່ອຍ, ຢາກນອນ ເປັນສາເຫດເຮັດໃຫ້ເກີດອຸປະຕິເຫດເທິງຖໜົນໄດ້, ມື້ນີ້ແອັດມິນ ມີວິທີດີໆ ທີ່ເຮັດໃຫ້ທ່ານມີສະຕິ ໃນການຂັບລົດ ບໍ່ວ່າຈະຂີ່ໄປໄກ ຫຼືໃກ້ ເພື່ອປ້ອງກັນການເກີດອຸປະຕິເຫດ

  1. ເປີດແວ່ນລົດເປັນໄລຍະ ເພື່ອຖ່າຍເທອາກາດ
  2. ໃສ່ແວ່ນກັນແດດເພື່ອຫຼຸດແສງສະທ້ອນ ທີ່ເຮັດໃຫ້ເບິ່ງເຫັນບໍ່ແຈ້ງ ຂະນະທີ່ຂັບລົດໃນຊ່ວງທີ່ແສງແດດແຮງ
  3. ຫຼີກລຽງການຂັບລົດ ຕິດຕໍ່ກັນເປັນເວລາດົນ ຄວນເຊົາພັກເປັນໄລຍະ ຫຼືຄົນມາຂັບປ່ຽນກັນ
  4. ຊ່ວງລົດຕິດ ຫຼືຕິດໄຟແດງ ສາມາດຫຼຸດຄວາມອິດເມື່ອຍຂອງສາຍຕາ ແລະກ້າມເນື້ອ ໂດຍຊອກເບິ່ງຕົ້ນໄມ້ສີຂຽວ ຫຼືຫຼັບຕາບຶດໜຶ່ງ; ນວດບໍລິເວນກ້ານຄໍ ແລະບ່າ 2 ຂ້າງ
  5. ຄວນຢຸດພັກຕະຫຼອດ, ກິນນໍ້າ ຫຼືເຄື່ອງດື່ມ ທີ່ຊ່ວຍເພີ່ມຄວາມສົດຊື່ນ, ບໍ່ວ່າຈະເປັນເຄື່ອງດື່ມຮ້ອນ ຫຼືເຢັນ ເພື່ອໃຫ້ມີຄວາມຕື່ນຕົວຕະຫຼອດເວລາ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...