Homeຂ່າວຕ່າງປະເທດກອງປະຊຸມເອເປັກ ຄັ້ງທີ 24 ອັດລົງ ພ້ອມບັນລຸຂໍ້ຕົກລົງການຄ້າເສລີ ສະບັບໃໝ່

ກອງປະຊຸມເອເປັກ ຄັ້ງທີ 24 ອັດລົງ ພ້ອມບັນລຸຂໍ້ຕົກລົງການຄ້າເສລີ ສະບັບໃໝ່

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກນີ້ວ່າ ກອງປະຊຸມການຮ່ວມມືທາງເສດຖະກິດ ໃນພາກພື້ນອາຊີ-ປາຊີຟິກ ຫລື ເອເປັກ ຄັ້ງທີ 24 ຊຶ່ງໄຂຂຶ້ນທີ່ນະຄອນລິມາ ປະເທດເປຣູ ໄດ້ອັດລົງຢ່າງເປັນທາງການແລ້ວ ໂດຍໄດ້ມີການລົງນາມຂໍ້ຕົກລົງການຄ້າເສລີສະບັບໃໝ່ ເພື່ອຊຸກຍູ້ໃຫ້ 21 ປະເທດສະມາຊິກ ເຮັດວຽກຮ່ວມກັນຢ່າງຍືນຍົງ, ສະເໝີຕົ້ນສະເໝີປາຍ ແລະ ມີບາດກ້າວຂະຫຍາຍຕົວ.

ທັງນີ້ ພາຍໃນກອງປະຊຸມດັ່ງກ່າວ ໄດ້ມີການຕັ້ງຂໍ້ສັງເກດວ່າ ການຄ້າຈະບໍ່ຂະຫຍາຍຕົວເພີ່ມຂຶ້ນ ທ່າມກາງການຟື້ນຕົວທີ່ຍັງບໍ່ທັນຕໍ່ເນື່ອງ ນັບຕັ້ງແຕ່ວິກິດການທາງການເງິນ, ພ້ອມທັງໄດ້ກ່າວວ່າ ປະໂຫຍດທາງການຄ້າ ແລະ ການເປີດຕະຫລາດນັ້ນ ຈະຕ້ອງມີການສື່ສານກັບປະຊາຊົນໃນວົງກວ້າງ ເພື່ອໃຫ້ຂໍ້ຕົກລົງມີປະສິດທິພາບຫລາຍຂຶ້ນ ໂດຍເນັ້ນວິທີການກະຈາຍຂ່າວການຄ້າ, ສົ່ງເສີມການຈ້າງງານ ແລະ ມາດຕະຖານຄ່າຄອງຊີບທີ່ເພີ່ມຂຶ້ນອີກດ້ວຍ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...