spot_img
Homeຂ່າວການພັດທະນາເສັ້ນທາງຕານມີໄຊ-ໜອງບຶກ ຄາດວ່າຈະໃຫ້ສໍາເລັດໃນປີ 2018

ເສັ້ນທາງຕານມີໄຊ-ໜອງບຶກ ຄາດວ່າຈະໃຫ້ສໍາເລັດໃນປີ 2018

Published on

ເສັ້ນທາງແຕ່ 4 ແຍກໄຟແດງ ຕານມີໄຊ-ໜອງບຶກ ໄດ້ເລີ່ມລົງມືກໍ່ສ້າງ ໃນອາທິດຜ່ານມາ, ພາຍຫລັງເສັ້ນທາງດັ່ງກ່າວ ໄດ້ເປ່ເພຊຸດໂຊມມາເປັນເວລາຫລາຍປີແລ້ວ, ໂດຍແມ່ນ ກຸ່ມບໍລິສັດຕັງຈະເລີນຈໍາກັດ ເປັນຜູ້ຮັບເໝົາ ແລະ ລົງທຶນກ່ອນ 100% ໃນມູນຄ່າປະມານ 45 ລ້ານກວ່າໂດລາສະຫະລັດ ຫລື ປະມານ 364 ຕື້ກີບ, ຈະໃຫ້ສຳເລັດ 100% ໃນປີ 2018. ເສັ້ນທາງດັ່ງກ່າວ, ມີຄວາມຍາວ 9,37 ກິໂລແມັດ, ຈະປູດ້ວຍເບຕົງເສີ່ມເຫລັກ ມີຄວາມໜາ 23 ຊັງຕີແມັດ, ປະກອບມີ 6 ຊ່ອງທາງ, ມີດອນກາງ, ມີທາງຄົນຍ່າງ 2 ເບື້ອງ, ພ້ອມລະບົບຮ່ອງລະບາຍນໍ້າ, ໄຟເຍື່ອງທາງ, ໄຟອຳນາດ ແລະ ລະບົບປ້າຍສັນຍານຈະລາຈອນຄົບຊຸດ.

ວິຊາການພາກສະໜາມ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໄດ້ເລີ່ມລົງມືມາແຕ່  ຕົ້ນເດືອນພະຈິກນີ້, ໂດຍສະເພາະແມ່ນການຍົກຍ້າຍສິ່ງກີດຂວາງຕາມແລວທາງ, ສ່ວນຈຸດໃດທີ່ແຕະຕ້ອງເຖິງຜົນປະໂຫຍດຂອງປະຊາຊົນ ກໍໄດ້ມີໜ່ວຍງານສະເພາະ ລົງໄກ່ເກ່ຍແກ້ໄຂ ແລະ ບາງຈຸດກໍພວມວາງທໍ່ລະບາຍນໍ້າ ເພື່ອໃຫ້ສຳເລັດກ່ອນການປູເບຕົງ. ດັ່ງນັ້ນ ຜູ້ຮັບເໝົາຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວ, ມີຄວາມລະມັດລະວັງຄ່ອຍໄປຄ່ອຍມາ ໃນໄລຍະທີ່ມີການກໍ່ສ້າງ, ບໍ່ຈອດລົດຊະຊາຍ, ທັງນີ້ກໍເພື່ອຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ຮັບປະກັນໄດ້ຄວາມປອດໄພໃຫ້ແກ່ຕົນເອງອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...