spot_img
Homeຂ່າວພາຍ​ໃນ8 ພຶດຕິກໍາທີ່ທຳຮ້າຍມົດລູກທີ່ສຸດ

8 ພຶດຕິກໍາທີ່ທຳຮ້າຍມົດລູກທີ່ສຸດ

Published on

ມົດລູກ ເປັນບ່ອນຢູ່ສຳລັບລູກນ້ອຍໃນເວລາຖືພາ ເປັນອະໄວຍະວະສຳຄັນທີ່ສຸດສຳລັບແມ່ຍິງ, ດັ່ງນັ້ນ ແມ່ຍິງທຸກຄົນຄວນດູແລຮັກສາໃຫ້ດີ, ມາເບິ່ງນຳກັນວ່າ ພຶດຕິກຳແບບໃດທີ່ທຳຮ້າຍມົດລູກທີ່ສຸດ

  1. ຜ່າຕັດເກີດລູກ: ສຳລັບລູກແລ້ວ ອາດເປັນສາເຫດຂອງກະດູກແຕກຫັກ, ທັງກະດູກໝີດ, ກະດູກຂາ, ກະໂຫຼກຫົວ ແລະການໄດ້ຮັບບາດເຈັບຂອງເນື້ອເຍື່ອອ່ອນ ເມື່ອຜ່າມົດລູກ ເນື່ອງຈາກໜັງມົດລູກບາງເກີນໄປ ຫຼືອອກແຮງຫຼາຍເກີນໄປ ເຮັດໃຫ້ເຄື່ອງມືໄປກະທົບເດັກນ້ອຍ, ສຳລັບແມ່ແລ້ວ ນອກຈາກອັນຕະລາຍຈາກຢາຊາ ຂະນະຜ່າຕັດແລ້ວ, ລະຫວ່າງຜ່າຕັດ ຫຼືຜ່າຕັດແລ້ວອາດເກີດພາວະແຊກຊ້ອນເຊັ່ນ: ກະເພາະນໍ້າປັດສະວະ, ລຳໄສ້ໄດ້ຮັບບາດເຈັບ, ມົດລູກຈີກຂາດ, ການຕົກເລືອດຫຼັງເກີດ
  2. ແທ້ງລູກ: ໃນຊີວິດຂອງຜູ້ຍິງຄົນໜຶ່ງບໍ່ຄວນແທ້ງເກີນ 3 ເທື່ອ ແລະພາຍໃນໜຶ່ງປີບໍ່ຄວນເກີນສອງຄັ້ງ, ການທຳແທ້ງ ຕໍ່ເນື່ອງກັນໃນໄລຍະເວລາສັ້ນໆ ເປັນສາເຫດໃຫ້ມົດລູກ ໄດ້ຮັບອັນຕະລາຍຢ່າງໜັກ, ປົກກະຕິ ຖ້າຫາກວ່າໝໍທຳແທ້ງໃຫ້ ຕ້ອງເບິ່ງສະພາບຂອງໂພງມົດລູກ, ຕຳແໜ່ງຂະໜາດ, ຂະນະທີ່ທຳແທ້ງ ອຸປະກອນ ແລະແຮງທີ່ເຂົ້າໄປໃນໂພງມົດລູກ ກໍມີຜົນເຮັດໃຫ້ມົດລູກຕິດເຊື້ອ, ປາກມົດລູກຕິດໂພງມົດລູກ, ເຮັດໃຫ້ມີລູກຍາກ, ການກິນຢາເພື່ອຂັບລູກ ກໍມີຜົນເຖິງຊີວິດໄດ້
  3. ການເກີດລູກຍາກ ຫຼືຖືພາເກີນກຳນົດ: ເຮັດໃຫ້ເກີດພາວະມົດລູກແຕກ, ພາວະມົດລູກແຕກຖືວ່າເປັນອັນຕະລາຍທີ່ສຸດ ເພາະເປັນເຫດທີ່ເຮັດໃຫ້ແມ່ ແລະລູກເສຍຊີວິດ, ມີສາເຫດມາຈາກ ຊ່ອງຄອດ, ເດັກນ້ອຍ ຫຼືຕຳແໜ່ງຂອງເດັກຜິດປົກກະຕິ, ກະດູກຊ່ອງຄອດຕີບ, ເດັກນ້ອຍໂຕໃຫຍ່ ແລະອື່ນໆ
  4. ການຖືພາຫຼາຍກວ່າ 3 ຄັ້ງ: ຫຼາຍຄອບຄົວ ເມື່ອມີລູກຊາຍແລ້ວກໍຢາກໄດ້ລູກຊາຍ ເລີຍເຮັດໃຫ້ຖືພາຫຼາຍຄັ້ງ ຈື່ໄວ້ວ່າ ການຖືພາ ໜຶ່ງຄັ້ງ ເພີ່ມອັນຕະລາຍໜຶ່ງຄັ້ງ ແລະການຖືພາ 3​ຄັ້ງຂຶ້ນໄປ ເຮັດໃຫ້ມີຄວາມສ່ຽງຫຼາຍຂອງມົດລູກ
  5. ທຳແທ້ງ ນຳໝໍເຖື່ອນ: ເປັນເຫດຂອງອາການຮຸນແຮງນຳມາ ເຮັດໃຫ້ມົດລູກເສຍຫາຍ ຫຼືຕິດເຊື້ອ, ການທຳແທ້ງ ໂດຍການໃຊ້ເຄື່ອງມືແພດ ທີ່ບໍ່ໄດ້ມາດຖານ, ບໍ່ມີຄວາມສະອາດ ບໍ່ໄດ້ຮັບການຂ້າເຊື້ອ ແລະໃນຂະນະຜ່າຕັດ ບໍ່ໄດ້ໃສ່ໃຈໃນເລື່ອງຄວາມສະອາດ ເກີດການປົນເປື້ອນຂອງແບັກທີເລຍ
  6. ບໍ່ໄປກວດການຖືພາຕາມກຳນົດ: ຜູ້ຍິງທີ່ຖືພາຄວນໄປພົບແພດຕາມກຳນົດເວລາ, ເວລາທີ່ໄປກວດອາດເປັນໄປຕາມ ທີ່ແພດນັດ ຫຼືຕາມອາການ ແຕ່ຖ້າເກີດພາວະຜິດປົກກະຕິ ສາມາດໄປກວດໄດ້ຕະຫຼອດເວລາ
  7. ຫ້າມມີເພດສຳພັນຊ່ວງມີລູກເດືອນທຳອິດ ແລະຊ່ວງກ່ອນເກີດ: ສາມເດືອນທຳອິດຂອງການຖືພາຫ້າມມີເຊັກສ໌ ເນື່ອງຈາກລູກຍັງບໍ່ຝັງໂຕໃນມົດລູກດີ ເປັນສາເຫດຂອງການແທ້ງລູກໄດ້, ເນື່ອງຈາກວ່າ ເມື່ອມີເຊັກສ໌ ເມື່ອຮອດຈຸດສຸດຍອດມົດລູກຈະຫົດໂຕ ເຮັດໃຫ້ເກີດອັນຕະລາຍ ໂດຍສະເພາະຜູ້ທີ່ເຄີຍແທ້ງມາກ່ອນ​ ຫຼືຖືພາເມື່ອອາຍຸຫຼາຍ ແລະໃນຊ່ວງ ສາມເດືອນກ່ອຍເກີດ ກໍຫ້າມມີເພດສໍາພັນ ເພາະມົດລູກຫົດໂຕ ເປັນເຫດເຮັດໃຫ້ແທ້ງ,​ ເກີດກ່ອນກໍານົດ, ເລືອດອອໃນມົດລູກ ຫຼືຕິດເຊື້ອຈົນເປັນອັນຕະລາຍ ໂດຍສະເພາະໃນຊ່ວງເດືອນສຸດທ້າຍ ເພາະເຊັກສ໌ ຈະເຮັດໃຫ້ນໍ້າຄາວປາຕິດເຊື້ອ, ຖົງນໍ້າຄາວປາແຕກ, ເກີດກ່ອນກຳນົດໄດ້
  8. ມີເພດສຳພັນຜິດປົກກະຕິ ແລະເປື້ອນ: ເຊັກສ໌ ທີ່ບໍ່ສະອາດເປັນສາເຫດຂອງ ຊ່ອງຄອດອັກເສບ, ປາກມົດລູກອັກເສບ, ທໍ່ນໍ້າໄຂ່ອັກເສບ ອາການເຫຼົ່ານີ້ ເປັນສາເຫດ ເປັນມະເຮັງປາກມົດລູກ, ມະເຮັງໃນຊ່ອງຄອດມະເຮັງໃນທໍ່ນໍາສົ່ງໄຂ່ ແລະມະເຮັງດ້ານນອກຂອງອະໄວຍະວະເພດ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...