Homeສຸຂະພາບ ແລະ ສີ່ງແວດລ້ອມພຽງແຕ່ກິນໝາກແຄ້ງ ກໍມີໂອກາດຫາຍດີຈາກ 4 ພະຍາດນີ້ໄດ້.

ພຽງແຕ່ກິນໝາກແຄ້ງ ກໍມີໂອກາດຫາຍດີຈາກ 4 ພະຍາດນີ້ໄດ້.

Published on

ໝາກແຄ້ງ ມີປະໂຫຍດຢ່າງມະຫາສານ ຊຶ່ງມີຜົນງານວິໄຈອອກມາແລ້ວວ່າ ສາມາດເອົາມາຮັກສາພະຍາດໄດ້ດ້ວຍ. ເນື່ອງຈາກວ່າ ໝາກແຄ້ງຊ່ວຍຫຼຸດລະດັບນໍ້າຕານໃນເລືອດຂອງຜູ້ທີ່ເປັນພະຍາດເບົາຫວານ, ຊ່ວຍຫຼຸດອະນຸມຸນອິດສະລະ, ມີເສັ້ນໃຍທີ່ຊ່ວຍດູດຊັບໄຂມັນສ່ວນເກີນໄດ້ດີ ເຮັດໃຫ້ໝາກແຄ້ງສາມາດຮັກສາພະຍາດທັ້ງ 4 ພະຍາດນີ້ໄດ້.

  1. ພະຍາດກະເພາະ: ໂດຍຕ້ານການເກີດບາດແຜໃນກະເພາະອາຫານ ທີ່ເກີດຈາກການໃຊ້ຢາ, ແອວກໍຮໍ ແລະຄວາມຄຽດ ແລະໝາກແຄ້ງຍັງສາມາດຊ່ວຍຮັກສາບາດແຜໃນກະເພາະອາຫານ.
  2. ພະຍາດເບົາຫວານ ເພາະສານເພກຕິນໃນໝາກແຄ້ງ ຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດຜູ້ທີ່ເປັນພະຍາດເບົາຫວານ ໂດຍສານນີ້ຈະມີໜ້າທີ່ຊ່ວຍເຄືອບຜິວໃນລໍາໄສ້ ເຮັດໃຫ້ອາຫານເຄື່ອນຕົວຜ່ານລໍາໄສ້ໄດ້ຊ້າ ຈຶ່ງຊ່ວຍດູດຊຶມແປ້ງ ແລະນໍ້າຕານທີ່ຍ່ອຍແລ້ວໄດ້ຊ້າລົງ ເຮັດໃຫ້ລະດັບຂອງນໍ້າຕານຄົງທີ່.
  3. ພະຍາດໄຂມັນອຸດຕັນໃນເສັ້ນເລືອດ: ໝາກແຄ້ງມີກຸ່ມສານທໍໂວໄຊ ທີ່ຊ່ວຍຫຼຸດລະດັບໂຄເລສເຕີລອຍໃນກະແສເລືອດໄດ້ ລວມທັງການຢັບຢັ້ງການດູດຊຶມກັບຂອງໂຄເລສເຕີລອຍໃນລໍາໄສ້ ຈຶ່ງອາດຊ່ວຍປ້ອງກັນພະຍາດໄຂມັນອຸດຕັນໃນເສັ້ນເລືອດໄດ້ອີກທາງໜຶ່ງ.
  4. ພະຍາດຂາສານອາຫານ: ໝາກແຄ້ງມີສານຈໍາພວກໄຟໂຕນິວທຽນ ທີ່ຈະຊ່ວຍໃຫ້ຜູ້ທີ່ເປັນພະຍາດຂາດສານອາຫານ ກັບມາເປັນປົກກະຕິ ແລະຮ່າງກາຍທໍາງານໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ຂໍ້ມູນເຫຼົ່ານີ້ ຈຶ່ງເປັນເຫດຜົນທີ່ວ່າຄວນກິນໝາກແຄ້ງໃຫ້ຂຶ້ນ ເພາະມັນເປັນຜັັກທີ່ມີປະໂຫຍດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...