Homeນານາສາລະໝາກອຶ ເໝາະສຳລັບຄົນທີ່ຫາກໍ່ເກີດລູກໃໝ່

ໝາກອຶ ເໝາະສຳລັບຄົນທີ່ຫາກໍ່ເກີດລູກໃໝ່

Published on

ໝາກອຶ ເປັນໝາກໄມ້ຊະນິດໜຶ່ງ ທີ່ມີປະໂຫຍດຫຼາຍ, ມີຄຸນຄ່າສານອາຫານທີ່ດີ, ມີລົດຊາດຫວານແຊບ ໃຊ້ເປັນອາຫານໄດ້ຫຼາຍຢ່າງ ທັງອາຫານຄາວ, ອາຫານຫວານ ແລະມີຄຸນຄ່າທາງອາຫານທີ່ຄວນກິນ ເພື່ອບຳລຸງຮ່າງກາຍ

  1. ເໝາະສຳລັບແມ່ຍິງທີ່ຫາກໍ່ເກີດລູກ ເພາະຊ່ວຍຍ່ອຍອາຫານໄດ້ດີ, ບຳລຸງກຳລັງ, ຫຼຸດອາການອັກເສບ, ແກ້ປວດໄດ້ດີ
  2. ໃຫ້ພະລັງງານຕໍ່າ ມີການວິໄຈພົບວ່າ ໝາກອຶໃຫ້ພະລັງງານຕໍ່າ, ມີໄຂມັນໜ້ອຍ, ກິນໜ້ອຍອິ່ມດົນ, ຊ່ວຍໃຫ້ການຂັບຖ່າຍສະດວກ
  3. ໃຫ້ສານອາຫານປະເພດຄາໂບໄຮເດດ ທີ່ຊ່ວຍຮັກສາ ແລະບັນເທົາອາການ ບາດແຜໃນກະເພາະອາຫານ, ຮັກສາລຳໄສ້ໄດ້ດີ ເໝາະສຳລັບຜູ້ທີ່ເປັນພະຍາດກະເພາະ
  4. ສາມາດບັນເທົາພະຍາດຫອບຫືດໄດ້ ທີ່ເກີດຈາກຫຼອດລົມອັກເສບ ໃນຜູ້ອາຍຸສູງໄດ້
  5. ການກິນໝາກອຶທັງເປືອກ ຈະຊ່ວຍກະຕຸ້ນການຫຼັ່ງອິນຊູລິນ ເຊິ່ງສານນີ້ ເປັນສານທີ່ຄວບຄຸມລະດັບນໍ້າຕານໃນຮ່າງກາຍ, ປ້ອງກັນພະຍາດເບົາຫວານ, ຄວບຄຸມຄວາມດັນເລືອດ
  6. ມີຄໍລາເຈນຕາມທຳມະຊາດ ຊ່ວຍບຳລຸງຜິວໃຫ້ສົດໃສ
  7. ມີສັບພະຄຸນຊ່ວຍບຳລຸງຕັບ, ໝາກໄຂ່ຫຼັງ, ບຳລຸງຕາ ແລະສ້າງເຊວໃໝ່ທົດແທນເຊວເກົ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...