Homeນານາສາລະປະໂຫຍດຂອງວາຊາບິ ຊ່ວຍຕ້ານມະເຮັງ

ປະໂຫຍດຂອງວາຊາບິ ຊ່ວຍຕ້ານມະເຮັງ

Published on

ປະຈຸບັນ ຫຼາຍຄົນຄຸ້ນເຄີຍກັບການກິນອາຫານຍີ່ປຸ່ນເປັນຕົ້ນແມ່ນເຂົ້າປັ້ນຊູຊິ; ວາຊາບິ ເຊິ່ງເປັນເຄື່ອງປຸງທຳມະຊາດທີ່ມາຈາກພືດ ທີ່ໃຫ້ລົດຊາດເຜັດ, ວາຊາບິ ນອກຈາກເປັນເຄື່ອງປຸງ ທີ່ເຮັດໃຫ້ອາຫານແຊບແລ້ວ ຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ

  1. ຕ້ານເຊື້ອຈຸລິນຊີ ເຊິ່ງເປັນສາເຫດຂອງພະຍາດທາງເດີນອາຫານເຊັ່ນ: ບາດແຜໃນກະເພາະອາຫານ, ບາດແຜໃນລຳໄສ້ອ່ອນ, ມະເຮັງໃນກະເພາະອາຫານ
  2. ປ້ອງກັນແຂ້ວຜຸ ສານໄອໂຊໄທໂອໄຊຍາເນດ ທີ່ມີຢູ່ໃນບາຊາບິ ສົ່ງຜົນກະທົບຕໍ່ເຊື້ອແບັກທີເລຍ ທີ່ເປັນສາເຫດຂອງແຂ້ວຜຸ
  3. ຕ້ານອາການອັກເສບ ແລະການແຂງໂຕຂອງເລືອດ: ມີການສຶກສາຄົ້ນພົບວ່າ ການກິນວາຊາບິ ສາມາດຊ່ວຍຫຼຸດການອັກເສບໄດ້ ແລະສາມາດຕ້ານການແຂງໂຕຂອງເມັດເລືອດ
  4. ມີສານຊ່ວຍຮັກສາພະຍາດພູມແພ້: ພະຍາດຫອບຫືດ, ພະຍາດຄໍ່ອັກເສບ, ພະຍາດລຳໄສ້ອັກເສບ, ຫົວໃຈຫຼົ້ມເຫຼວ ແລະການຊ໊ອກຈາກພິດທີ່ມາຈາກການຕິດເຊື້ອ
  5. ຕ້ານມະເຮັງ ສານໄອໂຊໄທໂອໄຊຍາເນດ ສາມາດຊ່ວຍປ້ອງກັນ ການເກີດພະຍາດມະເຮັງບາງຊະນິດ, ມະເຮັງປອດ, ກະເພາະອາຫານ, ລຳໄສ້ອ່ອນ, ລຳໄສ້ແກ່, ຕັບ, ຫຼອດອາຫານ, ຊ່ວງທ້ອງ, ລວມທັງມະເຮັງເຕົ້ານົມໄດ້
  6. ຫຼຸດອາການເຈັບທ້ອງ
  7. ຊ່ວຍປ້ອງກັນໝາກໄຂ່ຫຼັງ ເຊິ່ງເປັນໂຕກອງສິ່ງເສດເຫຼືອໃນໝາກໄຂ່ຫຼັງ ສຳລັບທີ່ເປັນເບົາຫວານ
  8. ມີສັບພະຄຸນໃນການຫຼຸດການແພພັນຂອງເຊື້ອພະຍາດ ທີ່ເຮັດໃຫ້ເກີດອາຫານເປັນພິດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...