Homeສຸຂະພາບ ແລະ ສີ່ງແວດລ້ອມຫໍ່ຕີນດ້ວຍໃບຜັກກະລໍາປີ ນີ້ຄືວິທີຮັກສາການເຈັບຂໍ້ແບບງ່າຍໆ

ຫໍ່ຕີນດ້ວຍໃບຜັກກະລໍາປີ ນີ້ຄືວິທີຮັກສາການເຈັບຂໍ້ແບບງ່າຍໆ

Published on

ຜັກກະລໍາປີມີປະໂຫຍດຕໍ່ສຸຂະພາບຫຼາຍ ຜັກຊະນິດນີ້ອຸດົມໄປດ້ວຍວິຕາມິນ     C, KແລະB6 ແລະເປັນແຫຼ່ງລວມຂອງໄຟເບີຣ,​ໂຟເລດ,​ທອງແດງ,​ ວິຕາມິນບີ1, ໂພແທກຊຽມ ແລະແມງການີສ.

ກະລໍາປີຂຶ້ນຊື່ວ່າມີວິຕາມິນB2, ແຄວຊຽວ,​ ເຫຼັກ, ແມກນີຊຽມ, ກົດແພນໂທເທນິກ,​ໄນອາຊິນ, ໂປຣຕີນ,​ ຟົດສະຟໍຣິກ ແລະແຄວຊຽມຢູ່ສູງຫຼາຍ ເນື່ອງຈາກວ່າໃບກະລໍາປີມີຄຸນສົມບັດຕ້ານການອັກເສບ ຊ່ວຍຫຼຸດອາການເຈັບຂໍ້ໄດ້ເປັນຢ່າງດີ ໃບກະລໍາປີໄດ້ຖືກນໍາມາໃຊ້ເປັນຢາທາງທໍາມະຊາດທີ່ມີລາຄາຖືກເໝາະສໍາຫຼັບການຮັກສາອາການເຈັບຂໍ້ ແລະການອັກເສບ ແມ້ວ່າປະໂຫຍດຂອງມັນບໍ່ໄດ້ຮັບການຢືນຢັ້ນຈາກຜູ້ຊ່ຽວຊາມກໍຕາມ.

ວິທີໃຊ້ໃບກະລໍາປີສໍາຫຼັບການຮັກສາອາການເຈັບຂໍ້: ເອົາໃບກະລໍາປີໃສ່ຖົງຢ່າງ ແລະແຊ່ໄວ້ໃນຕູ້ເຢັນ ເມື່ອໃດກໍຕາມທີ່ຮູ້ສຶກເຈັບຂໍ້ ພຽງແຕ່ເອົາໃບກະລໍາປີທີ່ແຊ່ເຢັນໄວ້ນັ້ນມາວາງໃສ່ບໍລິເວນທີ່ເຈັບ ແລະຫໍ່ດ້ວຍຜ້າອີກຊັ້ນ ສານຕ່າງໆ ໃນໃບກະລໍາປີຈະຊຶມເຂົ້າສູ່ຜິວ ແລະລະລາຍຜໍລີກຢູຣິດຫຼຸດອາການເຈັບໄດ້ຢ່າງມີປະສິດທິພາບ.

ໃບຜັກກະລໍາປີຮັກສາອາການບວມ: ໃຊ້ໃບກະລໍາປີເຢັນໆ ຫໍ່ໃຫ້ຈອດຕີນທີ່ບວມ ແລ້ວປະໄວ້ 30 ນາທີ ໃບກະລໍາປີຈະຊ່ວຍດູດຊຶມນໍ້າ ແລະດຶງຂອງແຫຼວສ່ວນເກີນໃນຕີນອອກໄປ.

ໝາຍເຫດ: ຖ້າຫາກມີອາການແພ້ໃບຜັັກກະລໍາປີ ໃຫ້ສັງເກດວ່າມີອາການບວມ ຫຼືຄັນບໍ ຫາກມີອາການເຫຼົ່ານັ້ນໃຫ້ລ້າງອອກ ແຕ່ຖ້າຫາກອາການແຫ່ງໜັກລົງຄວນໄປພົບແພດໝໍທັນທີ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...