Homeຂ່າວຕ່າງປະເທດລົດໄຟຕົກລາງຢູ່ອິນເດຍ ມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດຈຳນວນຫຼາຍ

ລົດໄຟຕົກລາງຢູ່ອິນເດຍ ມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດຈຳນວນຫຼາຍ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຊີເອັນເອັນ ເມື່ອວັນທີ 20 ພະຈິກ ລາຍງານວ່າ ລົດໄຟດ່ວນ ຂະບວນສາຍປັນນາ-ອິນດໍ ເກີດເຫດຂັດຂ້ອງ ເຮັດໃຫ້ຕູ້ລົດໄຟ 14 ຕູ້ ຈາກທັງໝົດ 24 ຕູ້ຕົກລາງ ຢູ່ທີ່ບໍລິເວນໃກ້ກັບເມືອງຄານປູ ລັດອຸຕະຣະ  ທາງພາກເໜືອຂອງປະເທດອິນເດຍ

A man walks past the wreckage of an Indian train that derailed near Pukhrayan in Kanpur district on November 20, 2016. A passenger train derailed in northern India on November 20, killing at least 63 travellers most of whom were sleeping when the fatal accident occurred, police said. Rescue workers rushed to the scene near Kanpur in Uttar Pradesh state where the Patna-Indore express train derailed in the early hours of the morning.  / AFP PHOTO / -

ອຸປະຕິເຫດດັ່ງກ່າວ ເກີດຂຶ້ນເມື່ອເວລາປະມານ 03:00 ໂມງ ຂອງວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ ເຊິ່ງທາງຜູ້ວ່າການລົດໄຟແຫ່ງຊາດ ແລະທາງເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮີບເຂົ້າໄປຫາທີ່ເກີດເຫດ ແລະຈາກການເຂົ້າໄປກວດສອບເບື້ອງຕົ້ນພົບວ່າ ມີຜູ້ທີ່ບາດເຈັບສາຫັດຫຼາຍກວ່າ 40 ຄົນ, ຍັງມີຜູ້ໂດຍສານອີກຫຼາຍກວ່າ 70 ຄົນ ທີ່ຍັງຕິດຢູ່ ໃນຊາກຕູ້ລົດໄຟ ເຊິ່ງຍັງບໍ່ສາມາດຊ່ວຍເຫຼືອອອກມາໄດ້

Onlookers and survivors gather next to wreckage of an Indian train that derailed near Pukhrayan in Kanpur district on November 20, 2016. A passenger train derailed in northern India on November 20, killing at least 63 travellers most of whom were sleeping when the fatal accident occurred, police said. Rescue workers rushed to the scene near Kanpur in Uttar Pradesh state where the Patna-Indore express train derailed in the early hours of the morning.  / AFP PHOTO / -

ທາງເຈົ້າໜ້າທີ່ຕຳຫຼວດ ລັດອຸຕະຣະ ເວົ້າວ່າ ທາງເຈົ້າໜ້າທີ່ໄດ້ນຳເອົາສົບຜູ້ເສຍຊີວິດອອກມາໄດ້ແລ້ວ 30 ສົບ ແຕ່ຍັງຕິດຢູ່ໃນຕູ້ລົດໄຟອີກຫຼາຍ, ທ່ານ Narendra Modi ນາຍົກລັດຖະມົນຕີຂອງອິນເດຍ ໄດ້ອອກມາສະແດງຄວາມເສຍໃຈກັບອຸປະຕິເຫດ ແລະໄຫວ້ອາໄລແກ່ປະຊາຊົນຜູ້ເສຍຊີວິດຈາກອຸປະຕິເຫດໃນຄັ້ງນີ້

ຈາກອຸປະຕິເຫດໃນຄັ້ງນີ້ ຍັງບໍ່ທັນຮູ້ແຈ້ງວ່າເກີດຈາກສາເຫດຫຍັງ, ລົດໄຟແຕ່ລະສາຍຂອງອິນເດຍ ມີຜູ້ໂດຍສານໃຊ້ບໍລິການເປັນຈຳນວນຫຼາຍ ໂດຍລວມຮອດ 1 ແສນຄົນໃນແຕ່ລະມື້, ດ້ວຍການບໍລິຫານຈັດການທີ່ບໍ່ຄວບຄຸມ ແລະເບິ່ງແຍງບໍ່ດີພໍ ຈຶ່ງເຮັດໃຫ້ເກີດບັນຫາຕະຫຼອດ ແລະຍັງເກີດອຸປະຕິເຫດຕະຫຼອດຫຼາຍຄັ້ງໃນແຕ່ລະປີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...