spot_img
Homeຂ່າວການພັດທະນາການ​ສ້າງ​ເຂື່ອນ​ເປັນ​ກະ​ແຈໃນ​ການພັດທະນາ​ເສດຖະກິດໄລຍະຍາວຂອງລາວ

ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈໃນ​ການພັດທະນາ​ເສດຖະກິດໄລຍະຍາວຂອງລາວ

Published on

ລັດຖະບານລາວ ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ໃໝ່​ຢູ່​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ທີ່​ພາ​ໃຫ້ພວກນັກ​ວິທະ​ຍະ​ສາດ​ ແລະ​ ນັກ​ເຄື່ອນ​ໄຫວ​ອອກ​ມາເຕືອ​ນ​ເຖິງໄພຂົ່ມຂູ່ ທີ່​ເພີ່ມທະວີ​ຂຶ້ນ ​ຕໍ່ຄວາ​ມປອດ​ໄພ​ທາງດ້ານອາຫານຢູ່​ໃນ​ຂົງ​ເຂດ.

ສປປ ລາວ ​ໄດ້ແຈ້ງ​ໃຫ້ຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ​ຫຼື MRC ຊຶ່ງ​ເປັນ​ອົງການ ຈັດຕັ້ງ ຂອງສີ່​ລັດຖະບານ ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ການ​ກະກຽມ​ເພື່ອ​ສ້າງ​ເຂື່ອນປາກ​ແບ່​ງທີ່​ມີ ຄວາມ​ແຮງ​ 912 ​ເມກາ​ວັດຢູ່​ແຂວງ​ອຸດົມ​ໄຊທາງ​ພາກ​ເໜືອ​ຂອງລາວ ​ນັ້ນໄດ້​ເລີ່ມລົງມື​ແລ້ວ.

​ເຂື່ອນປາກ​ແບ່​ງ ຈະ​ເປັນ​ເຂື່ອນ​ທີສາມ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງທີ່ສ້າງ​ໃສ່​ກະ​ໂຕລຳ​ແມ່​ນ້ຳຂອງ ທີ່​ຢູ່ໃນ​ຄວາມ​ຄວບ​ຄຸມ​ຂອງ​ລາວ. ​ເຂື່ອນໄຊ​ຍະ​ບູລີທີ່ມີ​ມູນ​ຄ່າໃນການສ້າງ 3,500 ​ລ້ານ​ໂດ​ລາ ແລະ​ ເຂື່ອນ​ດອນ​ສະໂຮງ ທີ່ຕັ້ງ​ຢູ່​ໃກ້​ຊາຍ​ແດນ​ກຳປູ​ເຈຍ​ເປັນ​ສ່ວນ​ຫນຶ່ງຂອງ 11 ​ເຂື່ອນ ​ທີ່​ໄດ້​ວາງ​ແຜນ​ໄວ້ ຈະ​ສ້າງ​ໃສ່​ລຳ​ແມ່​ນໍ້າຂອງ.

ລັດຖະບານລາວໃຫ້ເຫດຜນວ່າ ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈໃນ​ການພັດທະນາ​ເສດຖະກິດໄລຍະຍາວ​ ເພື່ອສົ່ງ​ເສີມ​ໃຫ້​ປະ​ເທດກາຍ​ເປັນ “​​ໝໍ້​ໄຟ” ຂອງ​ເອ​ເຊຍ

ຂ່າວຈາກ:​ ສຳນັກຂ່າວ ວີໂອເອລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...