Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສັນຍານເຕືອນວ່າ ເຈົ້າອາດເປັນມະເຮັງຮັງໄຂ່

8 ສັນຍານເຕືອນວ່າ ເຈົ້າອາດເປັນມະເຮັງຮັງໄຂ່

Published on

ມະເຮັງຮັງໄຂ່ ໝາຍເຖິງເຊວເນື້ອຮ້າຍ ທີ່ເກີດຂຶ້ນໃນຮັງໄຂ່ຂອງເພດຍິງ ເປັນມະເຮັງທີ່ພົບຫຼາຍຂອງມະເຮັງລະບົບອະໄວຍະວະສືບພັນຂອງເພດຍິງ, ພົບວ່າພະຍາດມະເຮັງ ເປັນສາເຫດການເສຍຊີວິດອັນດັບໜຶ່ງ ເປັນພະຍາດທີ່ທຳຮ້າຍຊີວິດ ແລະສຸຂະພາບຮ່າງກາຍຂອງຜູ້ຍິງຢ່າງຮ້າຍແຮງ

  • ທ້ອງອືດຕະຫຼອດ
  • ມີກ້ອນໃນຊ່ອງທ້ອງ ຈຶ່ງເປັນສາເຫດເຮັດໃຫ້ເກີດອາການແໜ້ນທ້ອງ ຫຼືເຈັບທ້ອງ
  • ກ້ອນເນື້ອອາດບຽດລຳໄສ້ໃຫຍ່ສ່ວນປາຍ ເຮັດໃຫ້ຮູ້ສຶກເຈັບ, ເວລາຖ່າຍກໍບໍ່ສະດວກ ຫຼືລຳບາກ
  • ເມື່ອກ້ອນເນື້ອໃຫຍ່ຂຶ້ນ ຈະກົດຖືກກະເພາະອາຫານ ເຮັດໃຫ້ຖ່າຍເບົາຕະຫຼອດ ແລະຂັດ
  • ເມື່ອເຊວມະເຮັງມີການກະຈາຍໄປໃນຊ່ອງທ້ອງ ອາດເຮັດໃຫ້ເກີດນໍ້າໃນຊ່ອງທ້ອງ ເຊິ່ງຈະເຮັດໃຫ້ຄືກັບຕຸ້ຍຂຶ້ນ, ທ້ອງໃຫຍ່ຂຶ້ນກວ່າເກົ່າ
  • ເບື່ອອາຫານ, ຈ່ອຍ, ນໍ້າໜັກຫຼຸດລົງ
  • ອາດມີປະຈຳເດືອນຜິດປົກກະຕິ ບາງຄົນບໍ່ພົບການປ່ຽນແປງຂອງຮ່າງກາຍ ແຕ່ມີການຜະລິດໂຮໂມນທີ່ປົກກະຕິ
  • ໃນບາງຄົນອາດບໍ່ມີການສະແດງອາການຫຍັງເລີຍ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...