spot_img
Homeນານາສາລະເຕັກນິກລ້ຽງປາດຸກໃຫ້ມີຜິວສີເຫຼືອງ, ໃຫຍ່ໄວຊີ້ນແໜ້ນ ແລະ ບໍ່ມີກິ່ນຄາວ

ເຕັກນິກລ້ຽງປາດຸກໃຫ້ມີຜິວສີເຫຼືອງ, ໃຫຍ່ໄວຊີ້ນແໜ້ນ ແລະ ບໍ່ມີກິ່ນຄາວ

Published on

ໃນຄໍລຳ ສາລະໜ້າຮູ້ ມື້ນີ້ແອັດມິນຈະມານຳສະເໜີການລ້ຽງປາດຸກໃຫ້ມີສີຜິວເຫຼືອງ ແລະ ບໍ່ມີກິ່ນຄາວ ມາຝາກບັນດາແຟນເພສ ທີ່ມີຄວາມສົນໃຈໃນເລື່ອງຂອງການກະສິກຳ ການລ້ຽງປາ ເພື່ອເປັນອາຫານ ແລະ ກ້າວໄປສູ່ການສ້າງອາຊີບ ສ້າງລາຍຮັບເພີ່ມໃນຄອບຄົວ ເຊິ່ງວິທີການລ້ຽງປາດຸກໃຫ້ມີສີເຫຼືອງ ແລະ ເພີ່ມຂະໜາດໂຕໃຫ້ໃຫຍ່ຊີ້ນແໜ້ນ ເວລາກິນບໍ່ມີກິ່ນຄາວມີເຕັກນິກງ່າຍໆດັ່ງຕໍ່ໄປນີ້

1.ເຕັກນິກການເພີ່ມສີ ແລະ ຂະໜາດຂອງປາດຸກ 
ເມື່ອລ້ຽງປາດຸກຮອດ 60 ມື້ຂຶ້ນໄປ ໃຫ້ນຳມັນໝູຈຳນວນ 20 ກິໂລ ມາຕົ້ມຈົນສຸກ ຈາກນັ້ນກໍ່ເທນ້ຳຕົ້ມຖຶ້ມຈົ່ງໄວ້ແຕ່ມັນໝູຢູ່ໃນໝໍ້ ແລ້ວປະໄວ້ໃຫ້ແຫ້ງ (ມັນໝູ 20 ກິໂລກຣາມ ຕໍ່ປາດຸກຈຳນວນ 200 ໂຕ) ຈາກນັ້ນກໍ່ນຳມັນໝູທີ່ໄດ້ໄປໃຫ້ປາດຸກກິນ ມື້ລະ 1 ເທື່ອ ວິທີນີ້ຈະຊ່ວຍເພີ່ມຂະໜາດຂອງປາດຸກ ແລະ ສີຂອງປາດຸກ.

2.ການເຮັດໃຫ້ປາດຸກລ້ຽງໃນຫຼຸມດິນມີສີເຫຼືອງງາມຄືປາດຸກນາ 
ກ່ອນຈະຈັບປາຂາຍປະມານ 1 ເດືອນ ໃຫ້ນຳກ້ວຍນ້ຳສຸກມາບົດປະສົມກັບຮຳ ໃນອັດຕາສ່ວນຮຳ 6 ກິໂລກຣາມ ຕໍ່ກ້ວຍສຸກ 1 ຫວີ ປະສົມໃຫ້ເຂົ້າກັນ ຈາກນັ້ນກໍ່ນຳໄປຕາກແດດໃຫ້ແຫ້ງ ແລ້ວນຳໄປຫວ່ານໃຫ້ປາດຸກກິນທຸກມື້ ມື້ລະ 2 ເທື່ອ ເຊົ້າ-ແລງ ຕໍ່ເນື່ອງກັນເປັນເວລາຢ່າງໜ້ອຍ 1 ເດືອນກ່ອນຈັບປາຂາຍ ພຽງເທົ່ານີ້ກໍ່ຈະເຮັດໃຫ້ປາດຸກທີ່ລ້ຽງມີສີເຫຼືອງໜ້າກິນ ແລະ ມີກິ່ນຄາວໜ້ອຍລົງອີກດ້ວຍ

3.ການລ້ຽງເພີ່ມຄວາມຫວານໃຫ້ຊີ້ນປາ
ນຳເອົາກ້ວຍສຸກເຊັ່ນ: ກ້ວຍນ້ຳ, ກ້ວຍໄຂ່ ແລະ ກ້ວຍຫອມ ໃຫ້ປາກິນ ຖ້າປາຍັງນ້ອຍໃຫ້ປາກິນອາຫານປາສະລັບກັບກ້ວຍສຸກ ອາດຈະໃຫ້ປາກິນກ້ວຍເປັນອາຫານຕອນແລງສະລັບກັບການໃຫ້ອາຫານປາໃນຕອນເຊົ້າ ຫຼື ຈະໃຫ້ກ້ວຍເປັນອາຫານປາຢ່າງດຽວກໍ່ໄດ້ ໂດຍໃຫ້ປາກິນພໍອີ່ມ ວິທີນີ້ສາມາດໃຊ້ໄດ້ກັບປາທຸກຊະນິດ ຈະເຮັດໃຫ້ປາໃຫຍ່ໄວ, ມີຊີ້ນແໜ້ນ, ຊີ້ນຫວານ ໄດ້ຂະໜາດຕາມຄວາມຕ້ອງການຂອງຕະຫຼາດ

4.ເຕັກນິກການລ້ຽງປາດຸກໃຫ້ຕົວໃຫຍ່ຍາວໄດ້ນ້ຳໜັກ
ວິທີການລ້ຽງປາດຸກໃຫ້ໂຕໃຫຍ່, ໂຕຍາວ, ຫຼັງຈາກປ່ອຍລູກປາລົງຫຼຸມແລ້ວ ໃຫ້ອົດອາຫານ 4 ມື້ ເພື່ອເປັນການປັບສະພາບຂອງລູກປາໃຫ້ເຂົ້າກັບນ້ຳໃນຫຼຸມ ຈາກນັ້ນວັນທີ 5 ກໍ່ເລີ່ມໃຫ້ອາຫານ ໂດຍການໃຫ້ອາຫານລູກປາດຸກໃນປະລິມານໜ້ອຍ ແຕ່ໃຫ້ຫຼາຍຄັ້ງຕໍ່ມື້ ລູກປາຈະຄ່ອຍໆໃຫຍ່ ຫຼັງຈາກນັ້ນເມື່ອປາໄດ້ອາຍຸປະມານ 2 ເດືອນ ໃຫ້ຢຸດໃຫ້ອາຫານ 7 ມື້ ວິທີນີ້ຈະເຮັດໃຫ້ປາດຸກຈ່ອຍ ແລະ ໂຕຢືດອອກ ຈິ່ງຄ່ອຍໃຫ້ອາຫານຕໍ່ ຜົນທີ່ໄດ້ຮັບຄືປາດຸກຈະໂຕໃຫຍ່ ແລະ ຍາວ ເຊິ່ງເມື່ອເຫັນຂະໜາດທີ່ເໝາະສົມເຊັ່ນ 2 ຫຼື 3 ໂຕຕໍ່ກິໂລກຣາມກໍ່ສາມາດຈຳໜ່າຍໄດ້

5.ການນຳເຟືອງເຂົ້າໃສ່ໃນອ່າງປາເພື່ອເພີ່ມສີປາ ແລະ ກຳຈັດກິ່ນ
ເມື່ອເອົາເຟືອງເຂົ້າໃສ່ລົງໄປໃນອ່າງປາດຸກປາກໍ່ຈະເຂົ້າໄປໃນເຟືອງເຮັດໃຫ້ໂຕປາສຽດສີກັບເຟືອງເຂົ້າ ແລະ ຈະເຮັດໃຫ້ເມືອກທີ່ຕິດຢູ່ກັບໂຕປາໝົດໄປ ແລະ ຍັງເຮັດໃຫ້ປາທີ່ມີສີດຳ ກາຍເປັນສີເຫຼືອງນຳອີກ ນອກຈາກນີ້ການໃສ່ຟາງເຂົ້າລົງໄປກ່ອນຈັບປາດຸກນັ້ນຍັງເປັນການຊ່ວຍຫຼຸດກິ່ນສາບຂອງປາໄດ້ອີກດ້ວຍ

6.ເຕັກນິກການກຽມຈັບປາດຸກຂາຍໃຫ້ໄດ້ລາຄາ ແລະ ກຳຈັດກິ່ນຄາວປາ
ງົດໃຫ້ອາຫານ 3 ມື້ກ່ອນເຮັດການຈັບປາ ຈາກນັ້ນກໍ່ຫຼຸດນ້ຳໃນຫຼຸມ ຫຼື ອ່າງປາໃຫ້ເຫຼືອໃນປະລິມານ 80-90% ກ່ອນຈັບປາຂາຍ 1 ມື້ ໃຫ້ໃຊ້ເກືອຫວ່ານລົງໄປໃນຫຼຸມປາ ໃນຂະໜາດຫຼຸມປາກ້ວາງ 1 ໄຮ່ ໃຊ້ເກືອນ 30 ກິໂລກຣາມ

ຂອບໃຈຂໍ້ມູນຈາກ ທີມງານຮັກບ້ານເກີດ

ເຄດິດຈາກ: ສູນລວມຄວາມຮູ້ການກະເສດ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...