Homeຂ່າວເຫດການໂຍທາຊີ້ແຈງຍ້ອນຫຍັງ ໂຄງການສ້າງທາງແຕ່ສົ້ນຂົວຂ້າມນ້ຳຂອງ-ວັງເຕົ່າແຂວງຈຳປາສັກມີມູນຄ່າສູງ

ໂຍທາຊີ້ແຈງຍ້ອນຫຍັງ ໂຄງການສ້າງທາງແຕ່ສົ້ນຂົວຂ້າມນ້ຳຂອງ-ວັງເຕົ່າແຂວງຈຳປາສັກມີມູນຄ່າສູງ

Published on

ພາຍຫລັງມີສະມາຊິກສະພາແຫ່ງຊາດຫລາຍທ່ານໃຫ້ຄວາມສົນໃຈຕໍ່ໂຄງການກໍ່ສ້າງເສັ້ນ ທາງປູຢາງແຕ່ສົ້ນຂົວນ້ຳຂອງຫາວັງເຕົ່າ ເມືອງ ແລະ ແຂວງຈຳປາສັກ ວ່າມີມູນຄ່າການກໍ່ສ້າງສູງ ແລະ ມີການເກັບເງິນຄ່າຜ່ານທາງດັ່ງກ່າວນຳດ້ວຍ ແລະ ຕໍ່ບັນຫານີ້, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງວ່າ: ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວມີໄລຍະທາງຍາວ 42 ກິໂລແມັດ ໂດຍມີການຂະຫຍາຍໜ້າທາງຈາກ 2 ຊ່ອງມາເປັນ 4 ຊ່ອງຈະລາຈອນ, ກວ້າງປະມານ 16 ແມັດ, ປູດ້ວຍຢາງຂົ້ວໜາ 5 ຊັງຕີແມັດ, ມີມູນຄ່າກໍ່ສ້າງທັງໝົດ 30,83 ລ້ານໂດລາສະຫະລັດ, ໂດຍແມ່ນ ບໍລິສັດດວງດີກໍ່ສ້າງຂົວທາງ ເປັນຜູ້ລົງທຶນດ້ວຍຮູບແບບ BOT ເຊິ່ງມີໄລຍະສຳປະທານ 45 ປີ ແລະ ໄດ້ລົງມືກໍ່ສ້າງມາແຕ່ປີ 2010 ແລະ ມາຮອດກາງປີ 2016 ໂຄງການມີຄວາມຄືບໜ້າຫລາຍກວ່າ 97%.

ບໍລິສັດສຳປະທານຈຶ່ງໄດ້ສະເໜີລັດຖະບານເພື່ອທົດລອງເປີດການນຳໃຊ້ ແລະ ເກັບຄ່າຜ່ານທາງດັ່ງກ່າວ, ສ່ວນອັດຕາຄ່າຜ່ານທາງແມ່ນປະຕິບັດຕາມແຈ້ງການຂອງລັດຖະບານກຳນົດ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...