spot_img
Homeຂ່າວການພັດທະນາຜູ້ຮັບເໝົາຢືນຢັນທາງ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ຈະສຳເລັດໃນອີກ 2 ປີ

ຜູ້ຮັບເໝົາຢືນຢັນທາງ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ຈະສຳເລັດໃນອີກ 2 ປີ

Published on

ການກໍ່ສ້າງເສັ້ນທາງແຕ່ 4 ແຍກໄຟແດງຕານມີໄຊເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄາດໃຫ້ສຳເລັດໃນອີກ 2 ປີ ປະຊາຊົນທີ່ສັນຈອນໄປ-ມາ ຈະໄດ້ຊົມໃຊ້ທາງຢ່າງສະດວກສະບາຍ ຊຶ່ງຂະນະນີ້ບໍລິສັດຜູ້ຮັບເໝົາແມ່ນໄດ້ເລີ່ມລົງມືຢ່າງເປັນທາງການແລ້ວນັບແຕ່ຕົ້ນເດືອນພະຈິກມານີ້ ໂດຍຈະນຳໃຊ້ທຶນທັງໝົດປະມານ 3 ຮ້ອຍຕື້ກວ່າກີບເຂົ້າໃນການປູເບຕົງເສີມເຫຼັກ.

ໂຄງການກໍ່ສ້າງເສັ້ນທາງແຕ່ 4 ແຍກໄຟແດງຕານມີໄຊ – 3 ແຍກສີເກີດແມ່ນໜຶ່ງໃນບັນດາໂຄງການທີ່ນອນໃນແຜນບູລິມະສິດການປັບປຸງພື້ນຖານໂຄງລ່າງ ຂອງນະຄອນຫຼວງວຽງຈັນ ເປັນເສັ້ນທາງລະດັບຊາດທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ແນວໃດກໍດີ ປະຈຸບັນຖະໜົນດັ່ງກ່າວ ແມ່ນໄດ້ເລີ່ມລົງມືຍົກລະດັບກໍ່ສ້າງຢ່າງເປັນທາງການແລ້ວ ນັບແຕ່ວັນທີ 5 ພະຈິກ 2016 ເປັນຕົ້ນມາ ຊຶ່ງທ່ານ ຄໍາໄຕ ແກ້ວດວງດີ ຮອງປະທານກຸ່ມບໍລິສັດຕັງຈະເລີນຈໍາກັດໃນນາມຜູ້ຮັບເໝົາການກໍ່ສ້າງ ແລະລົງທຶນກ່ອນ 100% ໄດ້ເປີດເຜີຍຕໍ່ທິມຂ່າວໜັງສືພິມເສດຖະກິດ-ສັງຄົມບໍ່ດົນຜ່ານມານີ້ຮູ້ວ່າ: ຂະນະນີ້ພະນັກງານບໍລິສັດກຳລັງສຸມໃສ່ອະນາໄມຂອບທາງ, ວາງທໍ່ລະບາຍນ້ຳ, ຍ້າຍສິ່ງກີດ ຂວາງທັງສອງຂ້າງທາງກ່ອນຈະກ້າວໄປສູ່ການກໍ່ສ້າງໂຕທາງໃນຕໍ່ໜ້າ.

ຖະໜົນເສັ້ນນີ້ມີລວງຍາວທັງໝົດ 9,37 ກິໂລແມັດ ການກໍ່ສ້າງຈະປູດ້ວຍເບຕົງເສີມເຫຼັກໜາຍາວ 23 ຊັງຕີແມັດ ປະກອບດ້ວຍ 6 ຊ່ອງລົດແລ່ນ, ມີດອນກາງທາງ, ທາງຄົນຍ່າງ 2 ເບື້ອງ ພ້ອມຮ່ອງລະບາຍນໍ້າ, ໄຟເຍືອງທາງ, ລະບົບໄຟອຳນາດ ແລະລະບົບປ້າຍສັນຍາ ການຈະລາຈອນຄົບຊຸດ ໂດຍລວມມີມູນຄ່າການກໍ່ສ້າງທັງໝົດປະມານ 364 ຕື້ກີບ.

ຢ່າງໃດກໍຕາມ ຮອດຂະນະນີ້ການກໍ່ສ້າງເຖິງແມ່ນວ່າຈະດຳເນີນໄດ້ດ້ວຍດີ ຍ້ອນໄດ້ຮັບການຊີ້ນຳຈາກການນຳພັກ-ລັດທຸກຂັ້ນ ແລະປະຊາຊົນກໍໃຫ້ການຮ່ວມມື ແຕ່ກໍຍັງປະເຊີນກັບບັນຫາຄວາມຫຍຸ້ງຍາກບາງປະການຢູ່ເນື່ອງຈາກຈຸດກໍ່ສ້າງເປັນເຂດຊຸມຊົນ, ການສັນຈອນມີຄວາມແອອັດ ແລະມີສິ່ງກີດຂວາງຫຼາຍ ທັງນີ້ທ່ານ ຄຳໄຕ ແກ້ວດວງດີ ຢືນຢັນວ່າ ຈະສຸມທຸກກຳລັງທີ່ມີເພື່ອເຮັດ ໃຫ້ການກໍ່ສ້າງສຳເລັດຕາມລະດັບຄາດໝາຍພາຍໃນ 2 ປີ ພ້ອມກັບຮັບປະກັນ ຄຸນນະພາບການກໍ່ສ້າງ.

ສະນັ້ນ, ໄລຍະນີ້ທ່ານຮອງປະທານ ຈິ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ສັນຈອນໄປ-ມາ ຈົ່ງເພີ່ມຄວາມລະມັດ ລະວັງ ໂດຍສະເພາະໂມງເຂົ້າການ-ອອກການທີ່ມີຄວາມແອອັດ ເພື່ອສ້າງຄວາມສະດວກແກ່ການກໍ່ສ້າງ ກໍຄືຫຼຸດຜ່ອນຕົວເລກອຸບັດເຫດທີ່ອາດຈະເກີດຂຶ້ນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...