Homeຂ່າວຕ່າງປະເທດປະທານາທິບໍດີ​ຟີ​ລິບ​ປີນ​ຫວັງ​ຈະ​​ໄດ້ພົບ​ປະ​ກັບ​ປະທານາທິບໍດີຣັດ​ເຊຍ​ໃນ​ກອງ​ປະຊຸມ APEC

ປະທານາທິບໍດີ​ຟີ​ລິບ​ປີນ​ຫວັງ​ຈະ​​ໄດ້ພົບ​ປະ​ກັບ​ປະທານາທິບໍດີຣັດ​ເຊຍ​ໃນ​ກອງ​ປະຊຸມ APEC

Published on

ທ່ານ ໂຣດຣິ​ໂກ ດູເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ພະຈິກທີ່ຜ່ານມາວ່າ ຫວັງ​​ໄດ້​ເຈລະຈາ​ສອງ​ຝ່າຍ​ກັບ​ທ່ານ​ປູ​ຕິນ ປະທານາ​ທິບໍດີຣັດ​ເຊຍ​ໃນ​ກອງປະຊຸມ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.

​ໃນ​ໂອກາດກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ APCE ຄັ້ງ​ທີ 24 ທີ່ຈະ​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ລີ​ມາປະ​ເທດ​ເປຣູ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 20 ພະຈິກ​ນີ້, ທ່ານໂຣດຣີ​ໂກ ດູເຕີ​ເຕ ຢືນຢັນ​ໃນ​ວັນ​ທີ 15 ພະຈິກ​ນີ້​ວ່າຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​, ​ແລະ​ພາຍຫຼັງ​ພົບ​ປະ​ກັບ​ທ່ານອິກໍ ​ໂຄ​ວາ​ເອັບ ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ປະຈຳ​ຟີ​ລິບ​ປີນ​, ​ແລ້ວ​ກໍ​ໄດ້ນ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ​​ຫວັງ​ຈະ​​ໄດ້ພົບ​ປະສອງ​ຝ່າຍ​ກັບ​ທ່ານ​ປູ​ຕິນ.

ທ່ານ ໂຣດຣີິໂກ ດູເຕີ​ເຕ ກ່າວ​ຕື່ມວ່າ, ຫວັງ​ຈະສາມາດ​ເປັນ​ເພື່ອນ​ມິດ​ຂອງ​ທ່ານ​ປູ​ຕິນ, ​ແລະ​ເຮັດ​ໃຫ້​ຟີ​ລິບ​ປີນ​ແລະຣັດ​ເຊຍ​ກາຍ​ເປັນ​ປະ​ເທດ​ເພື່ອນ​ມິດ. ຂະນະ​ທີ່​ໃນ​ການ​ພົບ​ປະກັບທ່ານປູ​ຕິນນັ້ນ​ຈະ​ເນັ້ນ​ບັນຫາ​ການ​ຮ່ວມ​ມື​ແລະ​ສົ່ງ​ເສີມ​ການ​ຄ້າ​ແລະ​ເສດຖະກິດ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...