spot_img
Homeຂ່າວທ້ອງຖິ່ນເອກະຊົນລົງທຶນຢູ່ເຊກອງມູນຄ່າ 400 ຕື້ກວ່າກີບ

ເອກະຊົນລົງທຶນຢູ່ເຊກອງມູນຄ່າ 400 ຕື້ກວ່າກີບ

Published on

ເນື່ອງຈາກເຊກອງມີພູມສັນຖານ ແລະເງື່ອນໄຂພື້ນຖານ ທາງເສດຖະກິດທີ່ເປັນຈຸດພິເສດບວກກັບນະໂຍບາຍສົ່ງເສີມການ ລົງທຶນ ແລະຄວາມເອົາໃຈໃສ່ໃນການສ້າງເງື່ອນໄຂສະດວກດ້ວຍ ການສະໜອງຂໍ້ມູນ-ຂ່າວສານ ທີ່ຈຳເປັນແກ່ນັກລົງທຶນ ຊຶ່ງເຮັດໃຫ້ໃນສົກ 2015-2016 ນີ້ ແຂວງສາມາດລະດົມທຶນພາກເອກະຊົນພາຍໃນ ແລະຕ່າງປະເທດໄດ້ 400 ຕື້ກວ່າກີບ.
ຕາມຂໍ້ມູນຈາກພະແນກແຜນການ ແລະການລົງທຶນແຂວງເຊກອງໃຫ້ຮູ້ວ່າ: ເພື່ອປະຕິບັດຕາມ ກົດໝາຍສົ່ງເສີມການລົງທຶນ ໂດຍມອບໃຫ້ຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ແລະພະແນກແຜນການ ແລະການລົງທຶນແຂວງເປັນຜູ້ຮັບຜິດຊອບ ໃນການຄົ້ນຄວ້າການສະເໜີຂໍລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດໃນບັນດາກິດຈະການລົງທຶນຕ່າງໆ, ຜ່ານການປະຕິບັດທິດດັ່ງກ່າວ ໃນສົກປີ (2015-2016) ແຂວງໄດ້ອະນຸຍາດໃຫ້ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນທັງໝົດ 12 ໂຄງການ ມູນຄ່າຕາມສັນຍາ 51,85 ລ້ານໂດລາ ຫຼື ປະມານ 414,8 ຕື້ກີບ, ໃນນີ້ເປັນການລົງທຶນຂອງເອກະຊົນພາຍໃນ 10 ໂຄງການ ມູນຄ່າ 50,6 ລ້ານໂດລາ ຫຼື ປະມານ 404,8 ຕື້ກີບ ກວມເອົາ 97,58% ແລະການລົງທຶນຂອງຕ່າງປະເທດ 2 ໂຄງການ ມູນຄ່າຕາມສັນຍາ 1,25 ລ້ານໂດລາ ຫຼື ປະມານ 10 ຕື້ກີບ.

ການລົງທຶນຂອງພາກເອກະຊົນ ໃນແຂວງເຊກອງ ໂດຍສ່ວນໃຫຍ່ ແມ່ນໄດ້ສຸມໃສ່ດ້ານພະລັງງານໄຟຟ້າ, ດ້ານກະສິກຳ ແລະຂົງເຂດການບໍລິການ ຊຶ່ງເຫັນໄດ້ການປະກອບສ່ວນ ຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະການປະຕິບັດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ທັງປະກອບສ່ວນໃນການສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ນັບມື້ໄດ້ຮັບການປັບປຸງດີຂຶ້ນ.

ໂດຍແຂວງເຊກອງຈຸດພິເສດ ທາງດ້ານພູມສັນຖານ ແລະເງື່ອນໄຂພື້ນຖານເສດຖະກິດແມ່ນ ໄດ້ຈາກການຜະລິດກະສິກຳ, ການບໍລິການ ແລະອຸດສາຫະກຳ, ດັ່ງນັ້ນ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ຂອງແຂວງຈຶ່ງໄດ້ກຳນົດ ຈຸດສຸມໃນການສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ ເພື່ອແນໃສ່ຂະແໜງກະສິກຳຕິດພັນກັບການປຸງແຕ່ງ ເພື່ອຍົກມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ, ພ້ອມດຽວກັນນັ້ນ ກໍເລັ່ງໃສ່ການສຳຫຼວດບັນດາແມ່ນ້ຳ, ຫ້ວຍນ້ຳໃຫ້ເປັນພະລັງງານໄຟຟ້າ ແລະຂົງເຂດການບໍລິການທ່ອງທ່ຽວເປັນຕົ້ນແມ່ນພັດທະນາຈຸດທ່ອງທ່ຽວຕ່າງໆ, ໂຮງແຮມ, ເຮືອນພັກ ແລະຮ້ານອາຫານເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວຢ້ຽມຢາມແຂວງເຊກອງໃນອະນາຄົດ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...