Homeນານາສາລະຂໍ້ຄິດສອນໃຈ “ຕ້ອງຮູ້ຈັກປ່ອຍວາງ” ຈະເຮັດໃຫ້ຊີວິດມີຄວາມສຸກ

ຂໍ້ຄິດສອນໃຈ “ຕ້ອງຮູ້ຈັກປ່ອຍວາງ” ຈະເຮັດໃຫ້ຊີວິດມີຄວາມສຸກ

Published on

ໃນຊີວິດຂອງຄົນເຮົາ ຕັ້ງແຕ່ນ້ອຍຈົນໃຫຍ່ ມີເວລາບໍ່ຫຼາຍປານໃດ, ຕອນຍັງນ້ອຍ ເຮົາຕ້ອງມຸ່ງໝັ້ນ ໃຫ້ກັບການຮຽນ ເພື່ອໃນອະນາຄົດຈະໄດ້ເຮັດວຽກດີໆ, ເມື່ອໃຫຍ່ມາໄດ້ເຮັດວຽກ ເຮົາກໍ່ຫວັງທີ່ສ້າງຄວາມໝັ້ນຄົງ ໃຫ້ກັບອະນາຄົດ, ເວລາຜ່ານໄປບຶດດຽວ ກໍເຂົ້າສູ່ ຊ່ວງອາຍຸທີ່ຕ້ອງເອົາເງິນ ທີ່ຫາມາທັງຊີວິດ ເພື່ອມາຮັກສາຕົວເອງ ເພາະພະຍາດໂລຄາ ເຂົ້າມາແຊກແຊງໃນຮ່າງກາຍ ແລະໃນທີ່ສຸດກໍເຖົ້າແກ່ຊະລາໄປ ແລ້ວກໍຈະເຂົ້າໃຈວ່າ ຊີວິດບໍ່ມີຄວາມແນ່ນອນ

  • ຕ້ອງຮູ້ຈັກປ່ອຍວາງ ໃຊ້ເວລາຄິດໃຫ້ໜ້ອຍລົງ ແຕ່ເຮັດວຽກໃຫ້ຫຼາຍຂຶ້ນ
  • ຕ້ອງມີເປົ້າໝາຍໃນຊີວິດ ຈິງຈັງກັບອະນາຄົດ ຮູ້ຈັກຫາເວລາໃຫ້ຄວາມສຸກແກ່ຕົວເອງ
  • ຕ້ອງຮູ້ຈັກກະຕັນຍູຮູ້ບຸນຄຸນພໍ່ແມ່ ຮູ້ຈັກເປັນຜູ້ໄຫ້ຫຼາຍກວ່າຜູ້ຮັບ
  • ຮູ້ຈັກພົບເພື່ອນ ເຖິງແມ່ນຈະມີໜ້ອຍ ແຕ່ຈະເຫຼືອໄວ້ແຕ່ເພື່ອນທີ່ດີ
  • ຕ້ອງເຂັ້ມແຂງ ເຖິງແມ່ນວ່າຊີວິດບໍ່ດີປານໃດ ແຕ່ມີມື້ໜຶ່ງຕ້ອງເປັນຂອງເຮົາ

ແນ່ນອນວ່າ ເຮົາທຸກຄົນ ຢາກມີຄວາມສຸກໃນການໃຊ້ຊີວິດ ໃນແຕ່ລະບາດກ້າວ ແຕ່ສິ່ງທີ່ຍາກກໍຄື ການຄົ້ນຫາ ຄວາມສຸກທີ່ແທ້ຈິງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...