spot_img
Homeຂ່າວພາຍ​ໃນສສຊ ສຸມໃສ່ປະກອບຄໍາເຫັນ ຕໍ່ຮ່າງປະມວນກົດໝາຍອາຍາ

ສສຊ ສຸມໃສ່ປະກອບຄໍາເຫັນ ຕໍ່ຮ່າງປະມວນກົດໝາຍອາຍາ

Published on

ໃນວັນທີ 16 ພະຈິກຜ່ານມານີ້ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບ ຄໍາຄິດ,ຄໍາເຫັນໃສ່ຮ່າງປະມວນ ກົດໝາຍອາຍາ ເຊິ່ງສະເໜີໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ. ຮ່າງກົດໝາຍດັ່ງກ່າວ ປະກອບມີ: 2 ພາກໃຫຍ່ ແລະ 1 ພາກນ້ອຍ, 23 ໝວດ ແລະ 420 ມາດຕາ. ພາກທົ່ວໄປປະກອບມີ 11 ໝວດ, 109 ມາດຕາ; ພາກສະເພາະມີ 12 ໝວດ 309 ມາດຕາ ແລະ ພາກບົດບັນຍັດສຸດທ້າຍມີ 2 ມາດຕາ.

%e0%ba%aa%e0%ba%9b%e0%ba%8a%e0%ba%8a
ທ່ານລັດຖະມົນຕີກະຊວງຍຸຕິທໍາ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍ ສະບັບນີ້ວ່າ:ຜ່ານການຈັດຕັ້ງປະຕິບັດນັບແຕ່ສະພາແຫ່ງຊາດໄດ້ຮັບຮອງ ເອົາໃນປີ 1989 ແລະ ໄດ້ມີການປັບປຸງໃນປີ 2005 ຍັງມີບາງບັນຫາ, ບາງບົດບັນຍັດຂອງກົດໝາຍອາຍາ ທີ່ກໍານົດບໍ່ທັນລະອຽດ, ຄົບຖ້ວນ ບວກກັບສະພາບທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດເຮົາ ໄດ້ນັບມື້ໄດ້ຂະຫຍາຍຕົວ, ພ້ອມນັ້ນ ສປປ ລາວ ກໍໄດ້ເຂົ້າເປັນພາຄີສົນທິສັນຍາ ສາກົນຈໍານວນໜຶ່ງ ທີ່ພົວພັນກັບກົດໝາຍອາຍາເປັນຕົ້ນ ສົນທິສັນຍາ ກ່ຽວກັບສິດທິມະນຸດ, ສົນທິສັນຍາກ່ຽວກັບ ການຕ້ານການສໍ້ລາດ ບັງຫລວງ,ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສົນທິສັນຍາ ກ່ຽວກັບການຕ້ານການຄ້າມະນຸດ.

%e0%ba%aa%e0%ba%9b%e0%ba%8a%e0%ba%8a%e0%ba%8a
ການປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບນີ້, ບັນດາ ສສຊ ໄດ້ຄົ້ນຄ້ວາ ແລະ ລົງເລິກໃນຫລາຍໝວດ ຫລາຍ ມາດຕາທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ຊັນເຈນ ແລະຈະແຈ້ງ ທັງນີ້ເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງ ແລະ ແທດ ເໝາະກັບສະພາບພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດເຮົາ, ສອດຄ່ອງກັບແນວທາງນະໂຍ ບາຍ ຂອງພັກ-ລັດ ແລະ ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...