Homeຂ່າວພາຍ​ໃນທະນາຄານແຫ່ງ ສປປ ລາວ ປະກາດຈໍາໜ່າຍຫລຽນທີ່ລະນຶກ ພະທາດຫລວງວຽງຈັນຄົບຮອບ 450 ປີ

ທະນາຄານແຫ່ງ ສປປ ລາວ ປະກາດຈໍາໜ່າຍຫລຽນທີ່ລະນຶກ ພະທາດຫລວງວຽງຈັນຄົບຮອບ 450 ປີ

Published on

ແຫລ່ງຂ່າວຫຼ້າສຸດ: ໄດ້ແຈ້ງການເລກທີ 843 ລົງວັນທີ 9 ເດືອນພະຈິກ 2016 ຂອງທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງວ່າ ທາງທະນາຄານຈະໄດ້ອອກຈໍາໜ່າຍຫຼຽນທີ່ລະນຶກວັນສ້າງຕັ້ງພະທາດຫຼວງວຽງຈັນຄົບຮອບ 450ປີ ເຊິ່ງຫຼຽນດັ່ງກ່າວຈະເຮັດດ້ວຍເງິນແທ້ 925, ມີມູນຄ່າ 60,000 ກີບ, ມີຂະຫນາດ 39ມິນລີແມັດ ແລະ ມີນໍ້າໜັກ 1 ອອນ. ລັກສະນະຂອງລຽນແມ່ນຈະເປັນດັ່ງຮູບລຸ່ມນີ້:

ຫຼຽນທີ່ລະນຶກດັ່ງກ່າວນີ້ຈະເປັນເລີ່ມອອກຈໍາໜ່າຍນັບຕັ້ງແຕ່ວັນທີ 11 ພິຈິກ 2016 ທີ່ຜ່ານມາ. ສໍາລັບທ່ານທີ່ສົນໃຈຢາກໄດ້ຫຼຽນທີ່ລະນຶກນີ້ມາເປັນຂອງສະສົມ ຫຼື ຂອງທີ່ລະນຶກກໍ່ສາມາດຕິດຕໍ່ທີ່ກົມເງິນຕາທະນາຄານແຫ່ງ ສປປ ລາວ ໄດ້ເລີ່ຍ ຕາມສາຂາທີ່ທ່ານຢູ່ໃກ້ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

-ສາຂາສໍານັກງານໃຫຍ່ 021 213 119
-ສາຂາອຸດົມໄຊ 081 211 492
-ສາຂາຫຼວງພະບາງ 071 260 712
-ສາຂາສະຫວັນນະເຂດ 041 252473

ytt

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...