Homeຂ່າວຕ່າງປະເທດຈີນເຜີຍແຜ່ພາບຊຸດ ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ລຳທຳອິດຂອງປະເທດ

ຈີນເຜີຍແຜ່ພາບຊຸດ ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ລຳທຳອິດຂອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ສື່ອອນລາຍຂອງຈີນ ໄດ້ເຜີຍແຜ່ພາບຊຸດ ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ໃນວັນທີ 15 ພະຈິກ 2016 ທີ່ຜ່ານມາ ພາຍຫລັງທີ່ ທ່ານ ພົນເອກ ວະລາດີເມຍ ໂຄໂລເລບ ຜູ້ບັນຊາການກອງທັບເຮືອ ແຫ່ງ ສະຫະພັນຣັດເຊຍ ໄດ້ເຂົ້າຢ້ຽມຊົມກຳປັ່ນບັນທຸກເຮືອບິນລຳດັ່ງກ່າວນີ້.

ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ເປັນກຳປັ່ນບັນທຸກເຮືອບິນ ລຳທຳອິດຂອງກອງທັບຈີນ ໂດຍໄດ້ດັດແປງມາຈາກ ກຳປັ່ນບັນທຸກເຮືອບິນ ບາຢັກ (Varyag) ຂອງອະດີດສະຫະພາບໂຊວຽດ ໄດ້ຖືກນຳເຂົ້າປະຈຳການ ເມື່ອເດືອນກັນຍາປີ 2012 ຊຶ່ງມີຄວາມກວ້າງທັງໝົດ 74.4 ແມັດ, ຍາວ 306.4 ແມັດ ສາມາດບັນທຸກນ້ຳໜັກໄດ້ເຖິງ 50,000​ ໂຕນ ແລະ ເດີນທາງດ້ວຍຄວາມໄວສູງສຸດ ຫລາຍກວ່າ 28 ນ໊ອດ.

559000011840002 559000011840003 559000011840004 559000011840005 559000011840006 559000011840007 559000011840008 559000011840009 559000011840010 559000011840011 559000011840013

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...