Homeສຸຂະພາບ ແລະ ສີ່ງແວດລ້ອມເປືອກແຄລ໋ອດ ຊ່ວຍຮັກສາພະຍາດທີ່ຮ້າຍແຮງໄດ້

ເປືອກແຄລ໋ອດ ຊ່ວຍຮັກສາພະຍາດທີ່ຮ້າຍແຮງໄດ້

Published on

ຢ່າຖື້ມເປືອກແຄລ໋ອດ ເພາະມັນປະກອບໄປດ້ວຍໂປຣຕີນ, ວິຕາມິນ ແລະແຮ່ທາດ ໃນຄວາມເປັນຈິງແລ້ວ ເປືອກແຄລ໋ອດມີວິຕາມິນຊີຫຼາຍກວ່າໃນແຄລ໋ອດເຖິງ 6 ເທົ່າ ມັນຄືແຫຼ່ງທີ່ດີຂອງແຄວຊຽມ ແລະຄໍໂຣຟິນ ຊຶ່ງມີຄວາສາມາດທໍາຄວາມສະອາດເລືອດ, ນໍ້າເຫຼືອງ ແລະໝາກໄຂ່ຫຼັງຈາກສານຜິດ.

ເປືອກແຄລ໋ອດຍັງສາມາດເຮັດໃຫ້ກະດູກແຂງແຮງ ແລະເພີ່ມການເບິ່ງເຫັນ ໂພແທກຊຽມ ແລະວິຕາມິນຊີຈໍານວນຫຼາຍ ຊຶ່ງມີຢູ່ໃນເປືອກແຄລ໋ອດ ສາມາດຫຼຸດຄວາມດັນໂລຫິດ ເຮັດໃຫ້ການເຜົ່າຜານເປັນປົກກະຕິ, ປ້ອງກັນພະຍາດດູກພ່ອຍ ແລະພະຍາດຫົວໃຈ.

ນໍ້າຈາກເປືອກສາມາດໃຊ້ເປັນນໍ້າຢາບ້ວນປາກ,​ ນໍ້າຢາຂ້າເຊື້ອ ແລະໃບແຄລ໋ອດເປັນທີ່ແນະນໍາສໍາຫຼັບການກໍາຈັດກິ່ນປາກ, ແຜໃນປາກ ແລະປັນຫາກ່ຽວກັບເຫືອກມີເລືອດອອກ.

ເນື່ອງຈາກຄຸນສົມບັດໃນການເປັນຢາຂ້າເຊື້ອ ເປືອກແຄລ໋ອດສາມາດນໍາມາປະສົມກັບນໍ້າເຜີ້ງ ແລະໃຊ້ໃນການຂ້າເຊື້ອບາດແຜໄດ້ ພວກມັນຍັງປະກອບໄປດ້ວຍສານທີ່ຊ່ວຍກະຕຸ້ນການເຮັດວຽກຂອງຕ່ອມໃຕ້ສະໝອງອີກດ້ວຍ.

ຂໍ້ຄວນລະວັງ: ໃນການແພດພື້ນບ້ານຂອງລັດເຊຍ ເປືອກແຄລ໋ອດນໍາມາໃຊ້ເພື່ອກະຕຸ້ນມົດລູກ ດັງນັ້ນຜູ້ຍິງຖືພາບໍ່ຄວນບໍລິໂພກ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...