Homeສຸຂະພາບ ແລະ ສີ່ງແວດລ້ອມຄົນທີ່ສູບຢາມາດົນຄວນເຮັດສູດຊາສະໝູນໄພທໍາຄວາມສະອາດປອດພາຍໃນ 3 ມື້

ຄົນທີ່ສູບຢາມາດົນຄວນເຮັດສູດຊາສະໝູນໄພທໍາຄວາມສະອາດປອດພາຍໃນ 3 ມື້

Published on

ວິທີງ່າຍໆແຕ່ມີປະສິດທິພາບ ກ່ຽວກັບການລ້າງປອດດ້ວຍຕົວເອງໃນເວລາພຽງ 3 ມື້.

ສອງມື້ກ່ອນຈະເຮັດຕາມວິທີນີ້ ຄວນຢຸດບໍລິໂພກພະລິດຕະພັນທີ່ເຮັດຈາກນົມ  ມື້ທໍາອິດຂອງການລົງມືປະຕິບັດ ຈະຕ້ອງດື່ມຊາໜຶ່ງຖ້ວຍກ່ອນນອນ ຊາສະໝູນໄພໜຶ່ງຖ້ວຍຈະຊ່ວຍໃຫ້ລໍາໄສ້ກໍາຈັດສານຜິດອອກໄປ ນີ້ຖືເປັນສິ່ງສໍາຄັນຢ່າງໜຶ່ງ ເພາະປອດຈະບໍ່ໄດ້ທໍາງານໜັກເກີນໄປລະຫວ່າງຂະບວນການລ້າງຜິດ.

ຂັ້ນຕອນ: ຄັ້ນນໍ້າໝາກນາວ 2 ໜ່ວຍ ແລະເອົາມາປະສົມກັນນໍ້າທໍາມະດາ 300 ມິນລິລິດ ດື່ມເຄື່ອງດື່ມນີ້ກ່ອນອາຫານເຊົ້າ ຫຼັງຈາກນັ້ນຕ້ອງດື່ມນໍ້າໝາກນັດອີກ 300 ມິນລິລິດ ນໍ້າໝາກໄມ້ປະກອບດ້ວຍສານຕ້ານອະນຸມຸນອິດສະລະຕາມທໍາມະຊາດ ຊຶ່ງສໍາຄັນສໍາຫຼັບສຸຂະພາບຂອງປອດ. ດື່ມນໍ້າແຄລ໋ອດຄັ້ນສົດ 300 ມິນລິລິດ ລະຫວ່າງອາຫານເຊົ້າ ແລະອາຫານສວຍ ນໍ້າແຄລ໋ອດຈະໄປປັບປຸງຄວາມເປັນດ່າງຂອງເລືອດ.

ລະຫວ່າງຕອນສວຍຄວນດື່ມນໍ້າໝາກໄມ້ທີ່ອຸດົມໄປດ້ວຍໂພແທກຊ່ຽມ 400 ມິນລິລິດ ໂພແທກຊ່ຽມຄືຫົວໃຈຂອງການທໍາຄວາມສະອາດຂອງປອດ.

ສູດຂອງນໍ້າໝາກໄມ້:

ຫົວຜັກກາດຂາວ 350 ກະລາມ, ໝາກເພັດດິບ 350 ກະລາມ, ຜັກກາດນໍ້າ 200 ກະລາມ ແລະນໍ້າໝາກແຕງກວາ 350 ກະລາມ ແລະຄວນອັດທ້າຍດ້ວຍນໍ້າຜັກເຫຼົ່ານີ້ 400 ມິນລິລິດ ແລະດື່ມນໍ້າແຄຣນເບີຣຣີ່ ກ່ອນເຂົ້ານອນອີກ 400 ມິດລິລິດ.

ລະຫວ່າງສາມມື້ນີ້ ນອກຈາກດື່ມນໍ້າໝາກໄມ້ແລ້ວ ຄວນອອກກໍາລັງກາຍ ແລະພັກຜ່ອນໃຫ້ພຽງພໍ ເພື່ອເຮັດໃຫ້ຂະບວນການລ້າງຜິດດີຍິ່ງຂຶ້ນ ສາມາດອາບນໍ້າຮ້ອນ ແລະແຊ່ມັນຢ່າງໜ້ອຍ 20 ນາທີ ການປິຕີບັດຕາມວິທີນີ້ອາດຈະຢາກແດ່ ແຕ່ຄຸ້ຄ່າກັງກັບລົງມືເຮັດ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...